lo_tn/ezk/30/04.md

4.4 KiB
Raw Permalink Blame History

ຂໍ້​ມູນ​ທົ່ວ​ໄປ:

​ນີ້​ແມ່ນ​ຖ້ອຍ​ຄຳ​ຂອງ​ພ​ຣະ​ຢາ​ເວ​ກ່ຽວ​ກັບ​ເອ​ຢິບ.

ແລ້ວດາບ​ເຫລັ້ມ​ຫນຶ່ງ​ຈະ​ມາຕໍ່ສູ້​ເຫນືອ​ເອ­ຢິບ

ຄຳ​ວ່າ "ດາບ" ໃນ​ທີ່​ນີ້​ຫມາຍ​ເຖິງ​ສົງ​ຄາມ​ຫລືການ​ໂຈມ​ຕີ. ອາດ​ແປ​ໄດ້​ອີກວ່າ: : "ມັນ​​ອາດ​ຈະແມ່ນ​ສົງ​ຄາມ​ທີ່​ຕໍ່​ສູ້​ເອ​ຢິບ" ຫລື "ເຫລົ່າ​ກອງ​ທັບ​ສັດ​ຕູ​ຈະ​ໂຈມ​ຕີ​ເອ​ຢິບ." (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-metonymy)

ຄວາມທຸກລະທົມ​ຈະ​ຢູ່­ໃນເມືອງ

"ເມືອງ​ຈະ​ເສົ້າ​ໃຈ​ຫລາຍ" ຫລື ຊາວ​ເມືອງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ໂສກ​ເສົ້າ"

ເມື່ອປະຊາຊົນໄດ້ຖືກຂ້າ​ລົ້ມ­ລົງ​ໃນ​ເອ­ຢິບ

"​ເມື່ອ​ມີ​ຫ​ລາຍ​ຄົ​ນ​ໃນ​ປະ​ເທດ​ເອ​ຢິບ​ໄດ້​ຖືກ​ຂ້າ" ຫລື "​ເມື່ອ​ມີ​ຫ​ລາຍ​ຄົ​ນ​ໃນ​ປະ​ເທດ​ເອ​ຢິບ​ໄດ້​ຕາຍ​ໃນ​ສົງ​ຄາມ"

ເມື່ອ​ພວກ­ເຂົາ​ຂົນຊັບສົມບັດຂອງນາງໄປ

​ຄົນ​ທີ່​ໂຈມ​ຕີ​ຈະ​ຂົນ​ເອົາ​ຊັບ​ສົມ​ບັດ​ຂອງ​ຊາວ​ເອ​ຢິບ

ເມື່ອຮາກ­ຖານ​ຂອງ​ນາງ​ຖືກ​ທຳ­ລາຍ​ລົງ

​ຄົນ​ທີ​ໂຕມ​ຕີ​ແລະ​ທຳ​ລາຍ​ຮາກ​ຖານ​ຂອງ​ຕຶກ​ ແລະ​ ອາ​ຄານ​ທີ່​ຢູ່​ໃນ​ເອ​ຢິບ.

ລີເບຍ

​ລີ​ເບຍ​ແມ່ນ​ປະ​ເທດ​ທາງ​ຕາ​ເວັນ​ອອກ​ຂອງ​ເອ​ຢິບ. ເອ​ເຊ​ກຽນ​ເອີ້ນ​ແຜ່ນ​ດິນ​ນີ້​ວ່າ ປັດ. (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/translate-names)

ລີເດຍ

ນີ້​ອາດ​ຈະ​ກ່າວ​ເຖິງ​ອາ​ນາ​ຈັກ​ຂອງ​ລີ​ເດຍ​ເຊິ່ງ​ຢູ່​ໃນ ຕຸ​ລະ​ກີ. ເອ​ເຊ​ກຽນ​ເອີ້ນ​ແຜ່ນ​ດິນ​ນີ້​ວ່າ ລັດ.

ປະ­ຊາ­ຊົນ​ແຫ່ງ​ແຜ່ນ­ດິນ​ແຫ່ງ​ພັນ​ທະ​ສັນ​ຍາ

​ຄວາມ​ຫມາຍ​ທີ່​ເປັນ​ໄປ​ໄດ​້​ແມ່ນ 1) "ຄົນ​ຢິວ​ທີ່​ອາ​ໄສ​ຢູ່​ເອ​ຢິບ" ຫລື ​ຄົນ​ອື່ນ​ທີ່​ມາ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ພັນ​ທະ​ມິດ​ຂອງ​ເອ​ຢິບ." ມັນ​ບໍ່​ຊັດ​ເຈນບໍ່​ວ່າ​ຈະ​ເປັນ "ພັນ​ທະ​ສັນ​ຍາ" ຫມາຍ​ເຖິງ​ຂໍ້ຕົກ​ລົງທີ່​ພ​ຣະ​ຢາ​ເວ​ໄດ້​ສ້າງ​ກັບ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ ຫລື ຂໍ້​ຕົກ​ລົງ​ທີ່​ປະ​ເທດ​ເອ​ຢິບ​ໄດ້​ເຮັດ​ກັບ​ຊົນ​ຊາ​ດ​ອື່ນ.

ຈະ​ລົ້ມ­ລົງ​ພ້ອມ­ກັບ​ພວກ­ເຂົາ​ດ້ວຍ​ດາບ.

"ທຸກ​ຄົນ​ຈະ​ຕາຍ​ໃນ​ກາຍ​ຕໍ່​ສູ້" ຫລື "ທຸກ​ຄົນ​ຈະ​ຕາຍ​ໃນ​ສົງ​ຄາມ." ນີ້​ບໍ່​ໄດ້​ຫມາຍ​ຄວາມ​ວ່າ​ທຸກໆ​ຄົນ​ຈະ​ຕາຍ. ແຕ່​ວ່າ​ມີ​ຫລາຍ​ຄົນ​ຈາກ​ປະ​ເທດ​ເຫລົ່າ​ນີ້​ຈະ​ຕາຍ.