lo_tn/ezk/29/06.md

3.1 KiB

ຂໍ້​ມູນ​ທົ່ວ​ໄປ:

ພ​ຣະ​ຢາ​ເວ​ສືບ​ຕໍ່​ເອົາ​ຂໍ້​ຄວາມ​​ຂອງ​ພ​ຣະ​ອົງໃຫ້​ເອ​ເຊ​ກຽນ​ເຖິງຟາ​ໂຣ

ພວກເຂົາໄດ້ເປັນຢ່າງ​ໄມ້­ຄ້ອນເທົ້າ​

​ພ​ຣະ​ຢາ​ເວ​ຊົງ​ປຽບ​ທຽບ​ປະ​ຊາ​ຊົນ​ເອ​ຢິບ ​ແລະ ​ຟາ​ໂຣ​ເປັນ​ຄື​ກັບ​ໄມ້​ຄ້ອນ​ເທົ້າ​ຍ້ອນ​ວ່າ ປ​ະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ໄດ້​ອາ​ເພິ່ງ​ພາ​ອາ​ໄສ​ຄົນ​ເອ​ຢິບ​ໃນ​ການ​ເຮັດ​ສົງ​ຄາມ, ແຕ່​ວ່າ​ຄົນ​ເອ​ຢິບ​ບໍ່​ແຂງ​ແຮງ​ພໍ​ທີ່​ຈະ​ຊ່ວຍ​ເຫລືອ​ພວກ​ເຂົາ. (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-metaphor)

ໄມ້

​ເປັນ​ພືດ​ທີ່​ໃຫຍ່​ຂຶ້ນ​ໃຫ້​ນ້ຳ​ແລະ​ຄ້າຍ ​ຄື​ກັບ​ຫຍ້າ​ທີ່​ມີ​ນະ​ຫນາດ​ໃຫຍ່​ຫລາຍ

​ກ້ານ

​ສ່ວນ​ຫນຶ່ງ​ຂອງ​ໄມ້​ທີ່​ຍາວ ແລະ​ ຄ້າຍ​ກັບ​ໄມ້​ທີ່​ຫນາ. ຄົນ​ເຮົາ​ມັກ​ໃຊ້​ເປັນ​ໄມ້​ແສ້, ແຕ່​ວ່າ​ກ້ານ​ຂອງ​ໄມ້​ແມ່ນ​ບໍ່​ແຂງ​ແຮງ​ ຄື​ກັນ​ກັບ​ໄມ້​ ແລະ ​​ມັນສາ​ມາດ​ຫັກ​ໄດ້​ທັນ​ທີ​ທັນ​ໃດ.

ໄດ້ຈັບ​ເຈົ້າໄວ້

​ຄຳ​ວ່າ "ເຈົ້າ" ໄດ້​ກ່າວ​ເຖິງ​ຟາ​ໂຣ

ເຈົ້າເປັນເຫດເຮັດໃຫ້ຂາ​ຂອງ​ພວກ­ເຂົາ​​ຫັກ​ແລະ​ສະ​ໂພກ​ຂອງ​ພວກ​ເຂົາສັ່ນ​​ສະ​ເທືອນ​ໄປຫມົດ.

"ເຈົ້າ​ເຮັດ​ໃຫ້​ສະ​ໂພກ​ຂອງ​ພວກ​ເຂົາ​​ບາດ​ເຈັບ​ໄປ​ຫມົດ" ພ​ຣະ​ເຈົ້າ​ກຳ​ລັງ​ເວົ້າ​ເຖິງ​ອັນ​ຕະ​ລາຍທີ່​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ໄດ້​ພົບ​ພໍ້​ຕອນ​ທີ່ພວກ​ເຂົາ​ໄວ້​ວາງ​ໃຈ​ໃນ​ປະ​ຊາ​ຊົນ​ເອ​ຢິບ​ໃນ​ການ​ປົກ​ປ້ອງ​ພວກ​ເຂົາ​ຈາກ​ການ​ຕໍ່​ສູ້​ກັ​ບ​ເນ​ບູ​ກາດ​ເນັດຊາ, ກະ​ສັດ​ຂອງ​ບາ​ບີ​ໂລນ (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-metaphor)