lo_tn/ezk/25/15.md

2.6 KiB

ເພາະ­ວ່າ​ຄົນ​ຟີ­ລິດ­ສະ­ຕີນ​ໄດ້​​ແກ້­ແຄ້ນ​​ຢ່າງ​ໂຫດ​ຫ້ຽມດ້ວຍໃຈປອງຮ້າຍ ແລະ ​ຈາກພາຍໃນໂຕຂອງພວກເຂົາເອງພວກເຂົາຫມາຍຈະທຳລາຍຢູດາຫລາຍຕໍ່ຫລາຍຄັ້ງ

ອາດ​ແປ​ໄດ້​ອີກວ່າ: "ຍ້ອນ​ວ່າ​ຄົນ​ຟີ­ລິດ­ສະ­ຕີນ ໄດ້​ກຽດ​ຊັງ​ປະ​ຊາ​ຊົນ​ຢູ​ດາ ແລະ ໄດ້​ພະ​ຍາ​ຍາມ​ແ​ກ້​ເເຄ້ນກັບ​ຢູ​ດາຊໍ້າແລ້ວຊໍ້າອີກ" (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-metonymy)

ເບິ່ງ​ແມ!

ອາດ​ແປ​ໄດ້​ອີກວ່າ: "​ເບິ່ງ!" ຫລື​ "ຟັງ!" ຫລື​ "ໃສ່​ໃຈ​ໃນ​ສິ່ງ​ທີ່​ເຮົາ​ກຳ​ລັງ​ບອກ​ເຈົ້າ!"

ເຮົາ​ຈະ​ຍື່ນ​ມື​ຂອງ​ເຮົາ​ອອກ​ຕໍ່­ສູ້​ຄົນ​ຟີ­ລິດ­ສະ­ຕີນ

ອາດ​ແປ​ໄດ້​ອີກວ່າ: "ເຮົາ​ຈະ​ຫັນ​ມື​ແຫ່ງ​ຣິດ​ອຳ​ນາດ​ຕໍ່​ສູ້​ກັບ​ຄົນຟີ­ລິດ­ສະ­ຕິນ" ຫລື "ເຮົາ​ຈະ​ຫັນ​ອຳ​ນາດ​ຍິ່ງ​ໃຫຍ່ຕໍ່­ສູ້ກັບ​ຄົນ​ຟີລິດ­ສະ­ຕີນ"

ເຮົາ​ຈະ​ຕັດ​ອອກ

ອາດ​ແປ​ໄດ້​ອີກວ່າ: "ເຮົາ​ຈະ​ທຳ​ລາຍ" ຫລື "ເຮົາ​ຈະ​ກຳ​ຈັດ"

​ຄົນ​ເກ­ເຣັດ

ອາດ​ແປ​ໄດ້​ອີກວ່າ: "ປະ​ຊາ​ຊົນ​ເກ​ເຣັດ." ນີ້​ແມ່ນ​ປະ​ຊາ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນຟີ­ລິດ­ສະ­ຕິນ (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/translate-names)

ພວກເຂົາຈະຮູ້ວ່າເຮົາ​ແມ່ນ​ພຣະ­ຢາເວ

​ເບິ່ງວິ​ທີ​ການ​​ແປ​ປະ​ໂຫຍກ​ທີ່​ຄ້າຍ​ຄື​ກັນ​ເພີ່ມ​ເຕີມ "ພວກ​ເຈົ້າຈະຮູ້ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ" ໃນ ບົດ​ທີ 6.6.