lo_tn/ezk/25/14.md

3.0 KiB

ເຮົາ​ຈະ​ວາງ​ການ​ແກ້­ແຄ້ນ​ຂອງ​ເຮົາ​ລົງ​ເຫນືອ​ເມືອງ​ເອ­ໂດມ​ ດ້ວຍ​ມື​ຂອງ​ອິດສະຣາເອນ​ປະ­ຊາ­ຊົນ​ຂອງ​ເຮົາ

ອາດ​ແປ​ໄດ້​ອີກວ່າ: "ເຮົາ​ຈະ​ໃຊ້​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ຂອງ​ເຮົາ​ຕໍ່​ສູ້​ແກ້​ແຄ້ນ​ກັບ​ປະ​ຊາ​ຊົນ​ເອ​ໂດມ"

ພວກ­ເຂົາ​ຈະ​ເຮັດກັບ​ເອ­ໂດມ​ ຕາມ​ຄວາມ​ໂກດຮ້າຍ, ແລະ ຄວາມ​ພິ­ໂລດ​ຂອງ​ເຮົາ

ອາດ​ແປ​ໄດ້​ອີກວ່າ: "ພວກ​ເຂົາ​ຈະ​ສະ​ແດງ​ໃຫ້​​ເອ​ໂດມ​ໄດ້​ເຫັນ​ເຖິງຄວາ​ມ​ໂກດ​ຮ້າຍ​ ແລະ ຄວາມ​ພິ​ໂລດຂອງ​ເຮົາ" ຫລື "ພວກ­ເຂົາ​ຈະ​ລົງ​ໂທດ​ເອ​ໂດມ​ຕາມ​ ຕາມ​ຄວາມ​ຄຽດ​ຮ້າຍ, ແລະ ຄວາມ​ພິ­ໂລດ​ຂອງ​ເຮົາ ກັບ​ປະ​ຊາ​ຊົນ​ເອ​ໂດມ"

ຄວາມ​​ໂກດຮ້າຍ, ແລະ ຄວາມ​ພິ­ໂລດ​ຂອງ​ເຮົາ​

ຄຳ​ວ່າ "​​ພິ​ໂລດ" ມີ​ຄວາມ​ຫມາຍ​ພື້ນ​ຖານ​ດຽວ​ກັນ ແລະ ເພີ່ມ​ທະ​ວີ​ຄວາມ​ແຮງ​ຂຶ້ນ​ຂອງ​ຄຳວ່າ "ໂກດ​ຮ້າຍ". ອາດ​ແປ​ໄດ້​ອີກວ່າ: "​ຄວາມ​ໂກດ​ຮ້າຍ​ຫລາຍ​ຂອງ​ຂ້ອຍ" ຫລ​ື​ "ຄວາ​ມ​ໃຈ​ຮ້າຍ​ແຮງ​ຫລາຍ​ທີ່​ສຸດ​ຂອງ​ຂ້ອຍ" (ເບີ່ງ​ເພີ່ມ​ເຕີມ: rc://*/ta/man/translate/figs-doublet)

ພວກ­ເຂົາ​ຈະ​ຮູ້​ເຖິງ​ການ​ແກ້­ແຄ້ນ​ຂອງ​ເຮົາ

ອາດ​ແປ​ໄດ້​ອີກວ່າ: "ປະ​ຊາ​ຊົນ​ເອ​ໂດມ ຈະ​ໄດ້​ຮູ້​ວ່າ​ເຮົາ​ໄດ້​ແກ້​ແຄ້ນ​ກັບ​ພວກ​ເຂົາ​"

ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ

ອາດ​ແປ​ໄດ້​ອີກວ່າ: "ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ" ຫລື "ນີ້​ແມ່ນ​ຄຳ​ທີ່​ພ​ຣະ​ເຈົ້າ​ເວົ້າ​​ຈະ​ມີ​​ຈະເກີດ​ຂຶ້ນ"