lo_tn/ezk/25/08.md

2.9 KiB

ເບິ່ງ​ແມ!

ອາດ​ແປ​ໄດ້​ອີກວ່າ: "​ເບິ່ງ!" ຫລື​ "ຟັງ!" ຫລື​ "ໃສ່​ໃຈ​ໃນ​ສິ່ງ​ທີ່ເຮົາກຳ​ລັງ​ບອກ​ເຈົ້າ!"

ເຮົາ​ຈະ​ເປີດ​ຊາຍແດນຂອງໂມ­ອາບ​ອອກ, ເລີ່ມຈາກເມືອງຕ່າງໆ ຕາມຊາຍແດນ

ອາດ​ແປ​ໄດ້​ອີກວ່າ: "ເຮົາ​ຈະ​ເປີດ​ເສັ້ນ​ທາງ​ຂອງ​ໂມ​ອາບ​ໂດຍ​ການ​ທຳ​ລາຍ​ເມືອງ​ທີ່​ຕິດ​ກັບ​ຊາຍ​ແດນ."

ບັນດາເມືອງຮຸ່ງເຮືອງແຫ່ງເມືອງ​ເບັດເຢ­ຊີ­ໂມດ​, ເມືອງ​ບາອານເມ­ໂອນ, ແລະ​ ເມືອງ​ກີ­ຣິ­ອາດ­ທາ­ອິມ

ອາດ​ແປ​ໄດ້​ອີກວ່າ: "ເຮົາ​ຈະ​ເລີ່ມ​ທຳ​ລາຍ​ຕົວ​ເມືອງ​ທີ່ແຂງ​ແກ່ງຂອງ​ເບັດເຢ­ຊີ­ໂມດ​, ເມືອງ​ບາ­ອານເມ­ໂອນ, ແລະ​ ເມືອງ​ກີ­ຣິ­ອາດທາ­ອິມ." (ເບິ່ງ​ເພີ່ມ​ເຕີມ: rc://*/ta/man/translate/translate-names)

ປະຊາຊົນທາງ​ທິດ­ຕາ­ເວັນອອກ​ຜູ້​ທີ່​ເຄິຍ​ຕໍ່​ສູ້­ກັບຄົນ​ອຳ­ໂມນ.

ອາດ​ແປ​ໄດ້​ອີກວ່າ: "​ເຮົາ​ຈະ​ສົ່ງ​ກອງ​ທັບ​ດຽກ​ກັນ ຈາກ​ຊາດທາງ​ທິດ​ຕາ​ເວັນ​ອອກ​ຜູ້​ທີ່​ໂຈມ​ຕີຄົນ​ອຳ​ໂມນ."

ເຮົາຈະມອບ​ອຳ­ໂມນເປັນກຳ­ມະ­ສິດເພື່ອ​ວ່າ​ຈະ​ບໍ່­ມີ​ໃຜ​ນຶກ​ເຖິງ​ຄົນ​ອຳ­ໂມນ​ອີກ​ໃນ​ທ່າມ­ກາງ​ບັນດາປະ­ຊາ­ຊາດ.

ອາດ​ແປ​ໄດ້​ອີກວ່າ: "ເຮົາ​ຈະ​ເຮັດ​ໃຫ້ເຫລົ່າ​ກອງ​ທັບ​ເອົາ​ຊະ​ນະ​ຄົນ​ອຳ​ໂມນ ສະ​ນັ້ນ​ຈິ່ງ​ບໍ່​ມີ​​ຜູ້​ໃດ​ທີ່​ຈະ​ຈື່​ພວກ​ເຂົາ​ໄດ້ເລີຍ." (ເບິ່ງ​ເພີ່​ມ​ເຕີມ: rc://*/ta/man/translate/figs-activepassive)

​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ

​ເບິ່ງວິ​ທີ​ການ​​ແປ​ເພີ່ມ​ເຕີມຢູ່​ໃນ ບົດ​ທີ 6.6.