lo_tn/ezk/22/06.md

1.5 KiB

ຂໍ້ມູນທົ່ວໄປ

ພຣະຢາເວເວົ້າກ່ຽວກັບຜູ້ປົກຄອງອິດສະຣາເອນທີ່ເມືອງເຢຣູຊາເລັມ.

ເບິ່ງ​ແມ໋

ອາດແປໄດ້ອີກວ່າ: "ເບິ່ງ" ຫລື "ຟັງ" ຫລື "ເອົາໃຈໃສ່ກັບສິ່ງທີ່ເຮົາກຳລັງຈະບອກເຈົ້າ."

ມາຫາເຈົ້າ ... ໃນ​ທ່າມ­ກາງພວກ​ເຈົ້າ

ຄຳເວົ້າທີ່ວ່າ "ເຈົ້າ" ແລະ "ພວກເຈົ້າ" ຫມາຍເຖິງເຢຣູຊາເລັມ.

ພວກເຈົ້າຈະກິນລ້ຽງເທິງ​ພູ­ເຂົາ

ໃນນີ້, "ພູເຂົາ" ຫມາຍເຖິງແທ່ນບູຊາຮູບເຄົາລົບທີ່ຢູ່ເທິງພູ. ພວກເຂົາກິນຊີ້ນທີ່ໄດ້ຖວາຍບູຊາໃຫ້ຮູບເຄົາລົບແລ້ວ ເພື່ອໃຫ້ໄດ້ຮັບພອນຂອງພະປອມ. (ເບິ່ງ: rc://*/ta/man/translate/figs-explicit)

ພວກເຂົາເຮັດສິ່ງຊົ່ວຮ້າຍໃນ​ທ່າມ­ກາງ​ເຈົ້າ

ນີ້ຫມາຍຄວາມວ່າພວກເຂົາເຮັດສິ່ງທີ່ຊົ່ວຮ້າຍຢູ່ໃນເມືອງເຢຣູຊາເລັມ.