lo_tn/ezk/21/10.md

6.0 KiB

ຂໍ້ມູນທົ່ວໄປ

ພຣະຢາເວ ຊົງສືບຕໍ່ປະທານຂໍ້ຄວາມແກ່ເອເຊກຽນເພື່ອລາວຈະກ່າວຕໍ່ປະຊາຊົນໃນເຢຣູຊາເລັມ ແລະ ແຜ່ນດິນອິດສະຣາເອນ.

ມັນໄດ້ຖືກຝົນ​ໃຫ້ເເຫລມ​ຄົມ ... ມັນຖືກຂັດ​​ໃຫ້​ເຫລື້ອມ

ສິ່ງເຫລົ່ານີ້ສາມາດລະບຸໄດ້ໃນຮູບແບບຜູ້ກະທຳ. ອາດແປໄດ້ອີກວ່າ: "ເຂົາຈະເຮັດໃຫ້ມັນຄົມຂື້ນ ... ເຂົາຈະຂັດມັນເພື່ອທີ່ຈະ" (ເບິ່ງ: rc://*/ta/man/translate/figs-activepassive)

ມັນຖືກຂັດ​​ໃຫ້​ເຫລື້ອມເຫມືອນແສງຟ້າແມບ

ນີ້ຫມາຍຄວາມວ່າ ດາບຈະເຫລື້ອມຫລາຍຈົນວ່າແສງສະຫວ່າງຈະສະທ້ອນອອກຈາກມັນໄດ້ຢ່າງງ່າຍດາຍ ແລະສົດໃສ. ອາດແປໄດ້ອີກວ່: "ມັນເປັນຄືແສງໄຟສາຍສ່ອງສວ່າງ" ຫລື "ເພື່ອໃຫ້ແສງສະຫວ່າງສະທ້ອນແສງຂອງມັນຄືກັບຟ້າຜ່າ" (ເບິ່ງ: rc://*/ta/man/translate/figs-simile)

ພວກເຮົາຄວນຈະ​ຊື່ນ­ຊົມຍິນດີໃນໄມ້ຄະທາ​ແຫ່ງ​ລູກ­ຊາຍ​ຂອງ​ເຮົາຫລື?

ຄຳເວົ້ານີ້ເນັ້ນວ່າຊາວອິດສະຣາເອນຈະບໍ່ສະຫລອງອຳນາດກະສັດຂອງພວກເຂົາ, ເພາະວ່າມັນບໍ່ສາມາດຕ້ານທານກັບ "ດາບ." ອາດແປໄດ້ອີກວ່າ: "ປະຊາຊົນຢູດາຈະບໍ່ສະຫລອງເລື່ອງໄມ້ຄະທາຂອງກະສັດ." ຫລື "ພວກເຮົາບໍ່ຄວນສະຫລອງອຳນາດຂອງໄມ້ຄະທາກະສັດຂອງພວກເຮົາ" (ເບິ່ງ: rc://*/ta/man/translate/figs-rquestion)

ພວກເຮົາຄວນ

ຄຳວ່າ "ພວກເຮົາ" ຫມາຍເຖິງເອເຊກຽນ ແລະ ຊາວອິດສະຣາເອນ. (ເບິ່ງ: rc://*/ta/man/translate/figs-inclusive)

ໄມ້ຄະທາ​ແຫ່ງ​ລູກ­ຊາຍ​ຂອງ​ເຮົາ

ຕໍ່ໄປນີ້ແມ່ນບ່ອນທີ່ພຣະຢາເວກ່າວເຖິງກະສັດຢູດາວ່າເປັນລູກຊາຍຂອງລາວ. ໄມ້ຄະທາຂອງກະສັດສະແດງເຖິງການປົກຄອງຂອງພະອົງໃນຖານະເປັນກະສັດ. ມັນເປັນສິ່ງສຳຄັນທີ່ຈະຮັກສາຮູບພາບຂອງໄມ້ຄະທາຂອງກະສັດຢູ່ທີ່ນີ້, ຍ້ອນວ່າມັນແມ່ນການອ້າງອີງໃນປະໂຫຍກຕໍ່ໄປ. ອາດແປໄດ້ອີກວ່າ: "ໃນໄທ້ຄະທາຂອງກະສັດ" ຫລື "ໃນອຳນາດທີ່ເປັນຕົວແທນໂດຍໄມ້ຄະທາຂອງກະສັດ" (ເບິ່ງ: rc://*/ta/man/translate/figs-metonymy)

ດາບທີ່ຈະມາເຖິງນັ້ນກຽດຊັງໄມ້ຢ່າງນັ້ນ

ນີ້ “ດາບ” ມີລັກສະນະເປັນການມາໂຈມຕີປະຊາຊົນ. ເລື່ອງນີ້ເວົ້າເຖິງກະສັດທີ່ບໍ່ສາມາດຕ້ານທານກັບ "ດາບ" ຄືກັບ "ດາບ" ທີ່ກຽດຊັງຄະທາຂອງກະສັດ. ອາດແປໄດ້ອີກວ່າ: "ດາບຈະເອົາຊະນະຄະທາຂອງກະສັດຄືກັບຜູ້ປົກຄອງຄົນອື່ນໆ" ຫລື "ສຳລັບກະສັດຈະບໍ່ສາມາດຕ້ານທານເມື່ອດາບຖືກນຳມາຕໍ່ຕ້ານລາວ" (ເບິ່ງ: rc://*/ta/man/translate/figs-personification)

ໄມ້

ປະໂຫຍກນີ້ຖືກໃຊ້ເພື່ອເຍາະເຍີ້ຍກະສັດໂດຍການເອີ້ນມັນວ່າ "ໄມ້." ອາດແປໄດ້ອີກວ່າ: "ໄມ້ຄະທາດັ່ງກ່າວ" (ເບິ່ງ: rc://*/ta/man/translate/figs-irony)

ດາບຈະຖືກຝົນໃຫ້ແຫລມຄົມ

ນີ້ສາມາດຖືກລະບຸໄວ້ໃນຮູບແບບເປັນຜູ້ກະທຳ. ອາດແປໄດ້ອີກວ່າ: "ຂ້ານ້ອຍຈະຝົນດາບ" (ເບິ່ງ: rc://*/ta/man/translate/figs-activepassive)

ແລ້ວຖືກກຳໃຫ້ຫມັ້ນ​ໃນ​ມື

ນີ້ສາມາດຖືກລະບຸໄວ້ໃນຮູບແບບເປັນຜູ້ກະທຳ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນບຸກຄົນທີ່ຖືກຕ້ອງຈະຖືມັນຢູ່ໃນມືຂອງເຂົາ" (ເບິ່ງ: rc://*/ta/man/translate/figs-activepassive)

ຖືກມອບໄວ້ໃນມືຂອງຜູ້ຂ້າຄົນ­

ນີ້ສາມາດຖືກລະບຸໄວ້ໃນຮູບແບບເປັນຜູ້ກະທຳ. ອາດແປໄດ້ອີກວ່າ: "ມັນພ້ອມແລ້ວ ສຳລັບນັກຂ້າທີ່ຈະໃຊ້" (ເບິ່ງ: rc://*/ta/man/translate/figs-activepassive)