lo_tn/ezk/21/06.md

5.0 KiB

ຂໍ້ມູນທົ່ວໄປ

ພຣະຢາເວ ກຳລັງເວົ້າກັບເອເຊກຽນ.

ບຸດ​ແຫ່ງ​ມະ­ນຸດ​ເອີຍ

"ບຸດແຫ່ງມະນຸດ" ຫລື "ລູກຊາຍຂອງມະນຸດ" ຫລື "ຄົນສິນທຳ" ຫລື "ມະນຸດ." ພຣະເຈົ້າເອີ້ນເອເຊກຽນເລື່ອງນີ້ເພື່ອເນັ້ນວ່າເອເຊກຽນເປັນພຽງມະນຸດເທົ່ານັ້ນ. ພຣະເຈົ້າມີອຳ ນາດແລະມີຊີວິດຢູ່ຕະຫລອດໄປ, ແຕ່ຄົນເຮົາບໍ່ແມ່ນ. ແປຄືເປັນ 2: 1.

ຈົ່ງໂອ່ຍຄາງດ້ວຍ­ໃຈທີ່ແຕກສະຫລາຍ

ພຣະຢາເວຊົງກ່າວແກ່ເອເຊກຽນໃຫ້ໂອ່ຍຄາງເພື່ອເປັນສັນຍານທີ່ຈະສົ່ງຂ່າວສານຂອງລາວ. ພຣະອົງຊົງບອກລາວໃຫ້ຮ້ອງໂອ່ຍຄາງຢ່າງສຸດຊຶ້ງຄືກັບວ່າທ້ອງຂອງລາວມີຄວາມເຈັບປວດຢ່າງຍິ່ງໃຫຍ່. "ຮ້ອງໂອ່ຍຄາງຢ່າງເລິກເຊິ່ງຄືກັບວ່າແອວຂອງທ່ານເຈັບປວດຫລາຍ" ຫລື "ຮ້ອງໂອ່ຍຄາງດ້ວຍຄວາມໂສກເສົ້າຫລາຍ" (ເບິ່ງ: rc://*/ta/man/translate/figs-idiom)

ຄວາມທຸກ​ລະ​ທົມຂົມ­ຂື່ນ​ໃຈ

"ດ້ວຍຄວາມໂສກເສົ້າຢ່າງຍິ່ງໃຫຍ່" ຫລື "ດ້ວຍຄວາມເສຍໃນຢ່າງຍິ່ງໃຫຍ່"

ຕໍ່ຫນ້າພວກ­ເຂົາ

ໃນທີ່ນີ້ຊາວອິດສະຣາເອນໄດ້ຖືກກ່າວເຖິງໂດຍ "ຫນ້າ" ຂອງພວກເຂົາເພື່ອເນັ້ນເຖິງສິ່ງທີ່ພວກເຂົາເຫັນ. ອາດແປໄດ້ອີກວ່າ: "ກ່ອນພວກເຂົາ" ຫລື "ກ່ອນຊາວອິດສະຣາເອນ" (ເບິ່ງ: rc://*/ta/man/translate/figs-synecdoche)

​ເລື່ອງ​ຂ່າວທີ່ຈະ​​ມາ​ເຖິງ

ສິ່ງນີ້ເວົ້າເຖິງ “ເລື່ອງຂ່າວ” ຄືກັບວ່າມັນເປັນຄົນທີ່ກຳລັງຈະມາຫາພວກເຂົາໃນໄວໆນີ້. ອາດແປໄດ້ອີກວ່າ: "ຂ່າວທີ່ພວກເຂົາຈະໄດ້ຍິນໄວໆນີ້" (ເບິ່ງ: rc://*/ta/man/translate/figs-personification)

ຫົວ­ໃຈ​ທຸກ​ດວງ​ຈະ​ອ່ອນເພຍລົງ

ສິ່ງນີ້ເວົ້າເຖິງຄົນທີ່ຢ້ານກົວຄືກັບວ່າຫົວໃຈຂອງພວກເຂົາກຳລັງອ່ອນເພຍລົງ. ພ້ອມກັນນີ້, ຍັງເວົ້າເຖິງຄວາມຢ້ານກົວວ່າຄືເປັນຄວາມອ່ອນແອ. ອາດແປໄດ້ອີກວ່າ: "ສຳລັບທຸກຄົນຈະມີຄວາມຢ້ານກົວ" (ເບິ່ງ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ຈະ​ອ່ອນເພຍລົງ

"ຈະອ່ອນແອ"

ບັນ­ດາ​ຈິດ­ວິນ­ຍານ​ຈະ​ຢ້ານ​ກົວ

ສິ່ງນີ້ເວົ້າເຖິງຄົນທີ່ຢ້ານກົວຮອດຈິດວິນຍານຂອງພວກເຂົາຄືກັບວ່າວິນຍານຂອງພວກເຂົາກຳລັງຈະອ່ອນເພຍລົງ. ອາດແປໄດ້ອີກວ່າ: "ທຸກໆຄົນຈະມີຄວາມຢ້ານກົວພາຍໃນຕົນໂຕ" (ເບິ່ງ: rc://*/ta/man/translate/figs-metaphor)

​ທຸກຫົວ​ເຂົ່າ​ຈະ​ອ່ອນ​ເພຍລົງ​ເຫມືອນ​ດັ່ງ​ນ້ຳ

"ທຸກໆຫົວເຂົ່າຈະອ່ອນເພຍລົງຄືກັບນໍ້າ". ນີ້ແມ່ນຄຳສັບສຸພາບສຳລັບຄົນທີ່ມີຄວາມຢ້ານກົວຈົນວ່າພວກເຂົາຈະສູນເສຍການກັ້ນຍ່ຽວ ແລະ ຍ່ຽວເຮ່ຍ. ອາດແປໄດ້ອີກວ່າ: "ຂາຂອງພວກເຂົາຈະປຽກດ້ວຍນ້ຳຍ່ຽວ" ຫລື "ທຸກໆຄົນຈະສູນເສຍການຄວບຄຸມປັດສະວະຂອງພວກເຂົາ" (ເບິ່ງ: rc://*/ta/man/translate/figs-euphemism)