lo_tn/ezk/21/01.md

3.7 KiB

ບຸດແຫ່ງມະນຸດເອີຍ

"ບຸດແຫ່ງມະນຸດ" ຫລື "ບຸດຂອງມະນຸດ." ພຣະເຈົ້າຊົງເອີ້ນເອເຊກຽນເລື່ອງນີ້ເພື່ອເນັ້ນວ່າ ເອເຊກຽນເປັນພຽງມະນຸດເທົ່ານັ້ນ. ພຣະເຈົ້າເປັນຜູ້ມີອຳນາດ ແລະ ມີຊີວິດຢູ່ຕະຫລອດໄປເປັນນິດ, ແຕ່ຄົນເຮົາບໍ່ແມ່ນ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 2: 1. ອາດແປໄດ້ອີກວ່າ: "ຄົນບໍ່ເປັນອຳມະຕະ" ຫລື "ມະນຸດ"

ພຣະຄໍາ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍວ່າ

"ພຣະຢາເວໄດ້ຊົງໃຫ້ຂໍ້ຄວາມແກ່ຂ້ານ້ອຍ." ເບິ່ງວິທີທີ່ທ່ານແປປະໂຫຍກນີ້ໃນ 1: 1.

ຈົ່ງ​ມຸ້ງ​ຫນ້າ​ຂອງ​ເຈົ້າ​ຕໍ່­ສູ້​ນະຄອນເຢ­ຣູ­ຊາ­ເລັມ

ນີ້ແມ່ນຄຳສະແລງ. ນີ້ຫມາຍຄວາມວ່າພຣະຢາເວກຳລັງຕັດສິນລົງໂທດເຢຣູຊາເລັມ ແລະ ກຳລັງບອກເອເຊກຽນໃຫ້ມຸ້ງຫນ້າໄປທີ່ນະຄອນເຢລູຊາເລັມ ແລະ ກ່າວຄຳຕັດສິນຂອງລາວຕໍ່ສູ້ພວກມັນ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 4: 6. ອາດແປໄດ້ອີກວ່າ: "ເບິ່ງໃນການພິພາກສາຕໍ່ເຢຣູຊາເລັມ" ຫລື "ມຸ້ງຫນ້າໄປທີ່ນະຄອນເຢຣູຊາເລັມດ້ວຍການພິພາກສາ"

ເຮົາ​ຈະ​ຖອດ​ດາບ​ຂອງ​ເຮົາ​ອອກ­ຈາກ​ຝັກ ແລະ​ ເຮົາ​ຈະ​ຕັດ​ທັງ​ຄົນ​ຊອບ­ທຳ ແລະ​ ຄົນ​ຊົ່ວ​ອອກ­ຈາກ​ເຈົ້າເສຍ

ນີ້ແມ່ນຖ້ອຍຄຳຂອງພຣະຢາເວຊາບແຊ່ງຄົນເຫລົ່ານັ້ນໃຫ້ຕາຍຄືກັບວ່າພຣະອົງໄດ້ຂ້າພວກເຂົາດ້ວຍດາບຂອງພຣະອົງ. ອາດແປໄດ້ອີກວ່າ: "ເຮົາຕໍ່ສູ້ພວກເຈົ້າ, ແລະມັນຈະເປັນຄືກັບວ່າເຮົາຖອດດາບຂອງເຮົາຈາກຝັກຂອງມັນເພື່ອຂ້າທັງຄົນຊອບທຳ ແລະ ຄົນຊົ່ວໃນພວກເຈົ້າ" (ເບິ່ງ: rc://*/ta/man/translate/figs-metaphor)

ຄົນ​ຊອບ­ທຳ ແລະ​ ຄົນ​ຊົ່ວ

"ຄົນຊອບທຳ ແລະ ຄົນຊົ່ວ." ນີ້ຫມາຍເຖິງຫລາຍໆຄົນ, ບໍ່ພຽງແຕ່ຄົນຊອບທຳ ແລະ ຄົນຊົ່ວເທົ່ານັ້ນ.

ຝັກ

ສິ່ງທີ່ຢຶດ ແລະ ໂອບໃບດາບໃນເວລາທີ່ບໍ່ມີໃຜໃຊ້ມັນ

​ຕັດ

ນີ້ແມ່ນຄຳສັບທີ່ສຸພາບຫມາຍຄວາມວ່າຈະຂ້າ. ອາດແປໄດ້ອີກວ່າ: "ຂ້າ" (ເບິ່ງ: rc://*/ta/man/translate/figs-euphemism)