lo_tn/ezk/17/05.md

2.8 KiB

ຂໍ້ມູນທົ່ວໄປ

ນີ້ແມ່ນການສືບຕໍ່ຄຳອຸປະມາກ່ຽວກັບນົກອິນຊີ.

ມັນ​ກໍ​ເອົາ

ຄຳວ່າ "ມັນ" ແມ່ນນົກອິນຊີໃນຄຳອຸປະມາ.

ໄດ້​ປູກ​ໄວ້​ໃນ​ບ່ອນ​ດິນ​ອຸ­ດົມ­ສົມ­ບູນ

"ດິນທີ່ກຽມພ້ອມ ສຳລັບແນວພັນທີ່ຈະປູກໃນນັ້ນ." ການແປພາສາທາງເລືອກ: "ດິນທີ່ອຸດົມສົມບູນ" ຫລື "ໃນດີນດີ."

ມັນ​ປະເມັດ­ພືດ​​ໄວ້​ແຄມ​ສາຍ­ນ້ຳໃຫຍ່

"ນົກອິນຊີໄດ້ປູກແນວພັນໃນບ່ອນທີ່ມີນ້ຳຫລາຍ"

ໄດ້​ປູກ​ໄວ້ ... ເຫມືອນ​ກັບ​ຕົ້ນ​ໄຄ້​ນ້ຳ

ຕົ້ນໄຄ້ນ້ຳເຕີບໃຫຍ່ຢູ່ບ່ອນທີ່ມີນ້ຳຫລາຍ. ຖ້ານົກອິນຊີປູກເມັດພັນຄືກັບຕົ້ນໄຄ້ນ້ຳ, ມັນຫມາຍຄວາມວ່າ ລາວປູກມັນຢູ່ບ່ອນທີ່ມີນ້ຳຫລາຍ. ອາດແປໄດ້ອີກວ່າ: "ແລະປູກເມັດພັນຄືຕົ້ນໄຄ້ນ້ຳດ້ວຍນໍ້າ." (ເບິ່ງ: rc://*/ta/man/translate/figs-parallelism)

ເມັດ­ພືດໄດ້ງອກຂື້ນມາ

"ຫລັງຈາກນັ້ນ, ເມັດກໍ່ເລີ່ມເຕີບໃຫຍ່ເປັນຕົ້ນ"

​ເຄືອ​ອະ­ງຸ່ນ​ເລືອໃນດິນ

"ເຄືອອະງຸ່ນທີ່ແຜ່ລາມອອກສູ່ພື້ນດິນ"

ກິ່ງກ້ານ​ທັງ­ຫລາຍຂອງມັນກໍລາມໄປຫາມັນ

ກິ່ງກ້ານຂອງເຄືອມັນກໍລາມໄປຫານົກອິນຊີ.

​ຮາກຂອງມັນ​ກໍ​ຢັ່ງລົງ​​ລຸ່ມ​

ຮາກຂອງຕົ້ນໄມ້ໄດ້ເຕີບໃຫຍ່ຂຶ້ນຢູ່ພາຍໃຕ້ນົກອິນຊີ.

ດັ່ງນັ້ນເມັດພືດ ໄດ້ກາຍເປັນເຄືອອະງຸ່ນ

"ນັ້ນແມ່ນວິທີທີ່ເຄືອອະງຸ່ນເຕີບໃຫຍ່ຂຶ້ນ"

ມັນໄດ້ແຕກ​ກິ່ງກ້ານ​ທັງຫລາຍ ແລະ ໄດ້ແຕກຫນໍ່​ທັງຫລາຍ

"ເແຕກກ່ິງກ້ານ ແລະ ແຕກຫນໍ່ຂອງມັນ"