lo_tn/ezk/13/20.md

3.4 KiB

ພຣະ­ຢາເວອົງພຣະຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 5: 5.

ເວດມົນສະເຫນ່

ວັດຖຸທີ່ເຊື່ອກັນວ່າມີອຳນາດທາງມົນດຳ

ແຮ້ວ

"ກັບດັກ." ແຮ້ວແມ່ນສາຍເຊືອກນ້ອຍທີ່ດຶງບາງສິ່ງບາງຢ່າງໂດຍຕີນ.

ເພື່ອເຮັດໃຫ້ຊີວິດຂອງປະຊາຊົນຕົກເປັນເຫຍື່ອຢ່າງທີ່ພວກເຂົາໄລ່ລ່ານົກ ... ປະຊາຊົນຜູ້ຊຶ່ງພວກເຈົ້າໄດ້ດັກຈັບເຫມືອນຈັບນົກ

ພຣະຢາເວ ປຽບທຽບຜູ້ທຳນວາຍກັບການໃສ່ກັບດັກນົກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຮົາ​ຈະ​ຈີກ​ຜ້າ​ຍັນ​ນັ້ນ​ເສຍ​ຈາກ​ແຂນ​ຂອງພວກ​ເຈົ້າ

ຄໍາວ່າ "ແຂນ" ຫມາຍເຖິງການຄວບຄຸມໂດຍຜູ້ທຳນວາຍ. ຄຳຕົວະທີ່ພວກເຂົາໃຊ້ເພື່ອຄວບຄຸມປະຊາຊົນອິດສະຣາເອນແມ່ນ ຄ້າຍຄືແຂນທີ່ກີດຂວາງພວກເຂົາຈາກການປົບຫນີ. ອາດແປໄດ້ອີກວ່າ: "ເອົາພວກມັນໄປຈາກການຄວບຄຸມຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພວກ­ເຂົາ​ຈະ​ບໍ່ຕົກ​ເປັນ​ເຫຍື່ອ​ໃນມືຂອງພວກເຈົ້າອີກຕໍ່ໄປ

ການເວົ້າວ່າພວກເຂົາຈະບໍ່ຖືກກັກຂັງແມ່ນຄືກັນກັບການເວົ້າວ່າພວກເຂົາຈະມີອິດສະຫລະ. ປະໂຫຍກທີ່ວ່າ "ຕົກເປັນເຫຍື່ອຢູ່ໃນມືຂອງທ່ານ" ຫມາຍເຖິງປະຊາຊົນອິດສະຣາເອນກຳລັງຢູ່ໃນການຄວບຄຸມຂອງຜູ້ທຳນວາຍປອມ. ອາດແປໄດ້ອີກວ່າ: "ພວກເຂົາຈະເປັນອິດສະຫລະຈາກທ່ານຄວບຄຸມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-litotes]] ແລະ [[rc:///ta/man/translate/figs-synecdoche]])

​ຮູ້­ວ່າ​ເຮົາ​ແມ່ນ​ພຣະຢາເວ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເຂົ້າໃຈວ່າເຮົາ, ພຣະຢາເວ, ແມ່ນ" ຫລື 2) "ເຂົ້າໃຈວ່າ ເຮົາແມ່ນພຣະຢາເວ, ເປັນພຣະເຈົ້າທີ່ແທ້ຈິງ" ຫລື 3) "ຮູ້ວ່າເຮົາ, ພຣະຢາເວ, ມີອຳນາດທີ່ຈະເຮັດໃນສິ່ງທີ່ເຮົາກ່າວວ່າເຮົາຈະເຮັດ”