lo_tn/ezk/12/26.md

2.5 KiB
Raw Permalink Blame History

ພຣະ­ຄຳ​ຂອງ​ພຣະ­ຢາເວ

"ພຣະຢາເວຊົງກ່າວຖ້ອຍຄຳຂອງພຣະອົງ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ມາ​ເຖິງ​ຂ້ານ້ອຍ ... ‘ນິ­ມິດ​ ທີ່​ລາວ​ເຫັນ ... ລາວທຳນວາຍ

ຄຳວ່າ "ຂ້ານ້ອຍ" ແລະ "ລາວ" ຫມາຍເຖິງເອເຊກຽນ.

ເບິ່ງແມ໋

ຄຳວ່າ "ຈົ່ງເບິ່ງແມ໋" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕາມມາ.

ນິ­ມິດ​ ທີ່​ລາວ​ເຫັນເປັນເລື່ອງໃນອີກ​ຫລາຍ​ວັນ​ນັບຈາກຕອນນີ້

ປະໂຫຍກເຫລົ່ານີ້ເປັນທັງສອງວິທີທີ່ປະຊາຊົນອິດສະຣາເອນກ່າວວ່າ ຄຳເຕືອນຂອງເອເຊກຽນຈະບໍ່ເກີດຂຶ້ນໃນຊີວິດຂອງພວກເຂົາແຕ່ຈະເກີດຂຶ້ນໃນອະນາຄົດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຈົ່ງ​ກ່າວ​ແກ່​ພວກ­ເຂົາ​ວ່າ

ຄຳວ່າ "ພວກເຂົາ" ຫມາຍເຖິງຊາວອິດສະຣາເອນ.

ຖ້ອຍ­ຄຳ​ຂອງ​ເຮົາ​ຈະ​ບໍ່​ຊັກ​ຊ້າ​ອີກ​ຕໍ່­ໄປ, ແຕ່​ຖ້ອຍຄຳ​​ທີ່​ເຮົາກ່າວ​ອອກ​ໄປ​ນັ້ນ​ຈະ​ຕ້ອງສຳເລັດ​ແທ້

ປະໂຫຍກເຫລົ່ານີ້ເປັນທັງສອງວິທີທີ່ພຣະເຈົ້າບອກປະຊາຊົນອິດສະລາເອນວ່າສິ່ງຕ່າງໆທີ່ພຣະອົງໄດ້ເຕືອນກ່ຽວກັບສິ່ງຈະເກີດຂຶ້ນໃນໄວໆນີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ນີ້ເປັນປະກາດຂອງພຣະຢາເວ

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 5:11.