lo_tn/ezk/09/07.md

2.6 KiB

ຂໍ້ມູນທົ່ວວໄປ

ພຣະເຈົ້າສືບຕໍ່ກ່າວກັບຄົນຍາມທີ່ກຳລັງຕັດສິນຊາວອິດສະຣາເອນ.

ໂຈມຕີ​ຄົນທົ່ວເມືອງ

"ໂຈມຕີປະຊາຊົນໃນເມືອງ"

ຂ້າ­ນ້ອຍ​ກໍ​ກົ້ມ​ຫນ້າ​ລົງ​ເຖິງ​ດິນ

"ຂ້ານ້ອຍກົ້ມໂຕລົງເຖິງພື້ນດິນ" ຫລື "ຂ້ານ້ອຍນອນລົງເທິງພື້ນດິນ." ເອເຊກຽນບໍ່ໄດ້ລົ້ມລົງໂດຍບັງເອີນ. ລາວໄດ້ກົ້ມລົງພື້ນດິນເພື່ອສະແດງໃຫ້ເຫັນວ່າລາວເຄົາລົບແລະນັບຖື ພຣະຢາເວ. ແປຄືໃນ 1:27. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ອະ​ນິດ​ຈັງ, ພຣະຢາເວ ພຣະ­ຜູ້­ເປັນ­ເຈົ້າ

ເອເຊກຽນເວົ້າເລື່ອງນີ້ ເພາະວ່າລາວກັງວົນຫລາຍກັບສິ່ງທີ່ພຣະຜູ້ເປັນເຈົ້າໄດ້ບອກໃຫ້ພວກຜູ້ຊາຍກະທຳຕໍ່ກັບເຢຣູຊາເລັມ. ແປຄືໃນ 4:14.

ພຣະ­ອົງ​ຈະ​ຊົງໄດ້​ທຳ­ລາຍ​ຄົນ​ອິດສະຣາເອນ​ທີ່​ເຫລືອ​ຢູ່ນັ້ນ​ທັງ​ຫມົດດ້ວຍ​ພຣະພິໂລດທີ່ຊົງລະ­ບາຍ​​ເຫນືອ​ນະຄອນເຢ­ຣູ­ຊາ­ເລັມນັ້ນ​ບໍ?”

"ພຣະອົງຈະທຳລາຍອິດສະຣາເອນທີ່ເຫລືອຢູ່ໂດຍຄວາມໂກດຮ້າຍຂອງພຣະອົງເຫນືອນະຄອນເຢຣູຊາເລັມບໍ?" ເອເຊກຽນ ກຳລັງອ້ອນວອນຕໍ່ພຣະຢາເວ ບໍ່ໃຫ້ທຳລາຍສິ່ງທີ່ເຫລືອຢູ່. ອາດແປໄດ້ອີກວ່າ: "ກະລຸນາຢ່າທຳລາຍອິດສະຣາເອນທີ່ເຫລືອຢູ່ທັງຫມົດ ດ້ວຍຄວາມໂກດຮ້າຍຂອງພຣະອົງເຫນືອນະຄອນເຢຣູຊາເລັມເລີຍ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-rquestion]])