lo_tn/ezk/08/17.md

3.1 KiB

ມັນເປັນ​ສິ່ງທີ່​ເລັກ­ນ້ອຍ​ບໍທີ່​ເຊື້ອ­ສາຍ​ຢູ­ດາ​ເຮັດ­ການ​ອັນ​ຫນ້າ​ກຽດ­ຊັງຊຶ່ງ​ພວກ­ເຂົາ​ເຮັດ​ຢູ່​ບ່ອນ­ນີ້

ພຣະເຈົ້າໃຊ້ຄຳຖາມນີ້ເພື່ອສະແດງຄວາມໂກດຮ້າຍຂອງພຣະອົງທີ່ປະຊາຊົນຢູດາບໍ່ຄິດວ່າການນະມັດສະການຮູບເຄົາລົບນັ້ນເປັນສິ່ງບໍ່ດີ. ອາດແປໄດ້ອີກວ່າ: "ປະຊາຊົນຢູດາຄິດວ່າຄວາມຫນ້າກຽດຊັງຂອງພວກເຂົາບໍ່ຮ້າຍແຮງບໍ? "(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

​ເຊື້ອ­ສາຍ​ຂອງຢູ­ດາ

ຄຳວ່າ “ເຮືອນ” ແມ່ນ ຄຳສັບສຳລັບຄອບຄົວທີ່ອາໄສຢູ່ໃນເຮືອນ, ໃນກໍລະນີນີ້ແມ່ນລູກຫລານຂອງຢູດາໃນຫລາຍປີຜ່ານມາ. ອາດແປໄດ້ອີກວ່າ: "ກຸ່ມຄົນຢູດາ" ຫລື "ຊາວຢູດາ" ຄຳເວົ້າທີ່ຄ້າຍຄືກັນນີ້ປາກົດຢູ່ໃນ 3: 1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກ­ເຂົາ​ເຮັດ­ໃຫ້​ແຜ່ນ­ດິນ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ

"ໃນທົ່ວປະເທດພວກເຂົາໄດ້ເຮັດສິ່ງທີ່ຮຸນແຮງ ຫລື" ໃນທົ່ວປະເທດພວກເຂົາທຳຮ້າຍກັນແລະກັນ"

ເຮັດ­ໃຫ້​ເຮົາ​ຫັນມາໂກດ​ຮ້າຍ​ຫລາຍ​ຂຶ້ນ

"ເຮັດໃຫ້ເຮົາໂກດແຄ້ນ"

​ເອົາ​ງ່າ­ໄມ້​ມາ​ແຍ່​ດັງ​ຂອງ­ຕົນ

ນີ້ອາດຈະຫມາຍຄວາມວ່າ "ຖືງ່າໄມ້ແຍ່ດັງພວກເຂົາໃນການນະມັດສະການປອມ."

​ເຮົາ​ຈະບໍ່ຍົກໂທດໃຫ້ພວກເຂົາ

"ເຮົາຍັງຈະລົງໂທດພວກເຂົາຢູ່."

ເຖິງ­ແມ່ນ­ວ່າ​ພວກ­ເຂົາ​ຈະ​ຮ້ອງ​​ໃສ່​ຫູ​ຂອງ​ເຮົາດ້ວຍສຽງດັງກໍຕາມ

ການແປອີກທາງເລືອກຫນຶ່ງ: "ເຖິງແມ່ນວ່າພວກເຂົາຮ້ອງຄຳໄຫວ້ວອນຂອງພວກເຂົາຕໍ່ເຮົາດ້ວຍສຽງດັງ"

ເຮົາ​ກໍ​ຈະ​ບໍ່​ຟັງ​ພວກ­ເຂົາ

"ເຮົາຈະບໍ່ຟັງພວກເຂົາ"