lo_tn/ezk/07/10.md

2.5 KiB

ຂໍ້ມູນທົ່ວໄປ

ນີ້ແມ່ນຖ້ອຍຄຳຂອງພຣະຢາເວຕໍ່ຄົນອິດສະຣາເອນ.

ເບິ່ງແມ໋

ອາດແປໄດ້ອີກວ່າ: "ເບິ່ງແມ໋!" ຫລື "ຟັງເຖີດ!" ຫລື "ເອົາໃຈໃສ່ກັບສິ່ງທີ່ເຮົາກຳລັງຈະບອກເຈົ້າ!"

ວັນນັ້ນກຳລັງ​ມາ​ເຖິງ​ແລ້ວ

"ມື້ແຫ່ງການລົງໂທດຂອງເຈົ້າກຳລັງຈະມາເຖິງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit

ຄວາມຈິບຫາຍໄດ້ອອກໄປແລ້ວ

ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມແນ່ນອນວ່າ ໄພພິບັດຈະມາສູ່ອິດສະຣາເອນ. ອາດແປໄດ້ອີກວ່າ: "ໄພພິບັດໄດ້ເລີ່ມຕົ້ນມາສູ່ອິດສະຣາເອນ" ຫລື "ສິ່ງຊົ່ວຮ້າຍໄດ້ເລີ່ມເກີດຂຶ້ນແລ້ວ."

ທ່ອນໄມ້ກໍ​ເປັ່ງບານ​, ແລ້ວຄວາມອວດອົ່ງ​ກໍແຕກອອກ

"ດອກໄມ້ໄດ້ເລີ່ມເຕີບໃຫຍ່ຢູ່ເທິງງ່າໄມ້ ແລະ ມັນກໍໃຫຍ່ຂຶ້ນດ້ວຍຄວາມອວດຕົວ." ຕໍ່ໄປນີ້ ທ່ອນໄມ້ໄດ້ເປັນຕົວແທນຂອງອິດສະຣາເອນ ຫລື ຄວາມຮຸນແຮງ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ປະຊາຊົນອິດສະຣາເອນໄດ້ມີຄວາມອວດຕົວຫລາຍ" ຫລື "ປະຊາຊົນອິດສະຣາເອນໄດ້ກາຍເປັນຄົນທີ່ມີຄວາມຮຸນແຮງ ແລະ ມີການອວດຕົວຫລາຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມຮຸນແຮງ​ໄດ້​ຈະ­ເລີນຂື້ນເປັນທ່ອນໄມ້​ຂອງຄວາມ​ຊົ່ວ­ຮ້າຍ

"ຄວາມຮຸນແຮງຂອງປະຊາຊົນໄດ້ເຮັດໃຫ້ພວກເຂົາເຮັດສິ່ງທີ່ຊົ່ວຮ້າຍຫລາຍຂຶ້ນ"