lo_tn/ezk/07/05.md

2.1 KiB

ຂໍ້ມູນທົ່ວໄປ

ນີ້ແມ່ນຖ້ອຍຄຳຂອງພຣະຢາເວຊົງກ່າວຕໍ່ຄົນອິດສະຣາເອນ.

ພຣະຢາເວ ອົງພຣະຜູ້ເປັນເຈົ້າ

ແປຄືໃນ 2:4

ໄພພິ­ບັດ​! ​ໄພພິບັດທີ່ບໍ່ເຫມືອນສິ່ງໃດ! ເບິ່ງແມ໋, ໄພພິບັດກຳລັງມາ​ເຖິງ​ແລ້ວ

ຄຳອຸທານເຫລົ່ານີ້ແມ່ນເພື່ອເຮັດໃຫ້ບົດເລື່ອງມີຄວາມເຂັ້ມຂົ້ນ. ອາດແປໄດ້ອີກວ່າ: "ຈົ່ງເບິ່ງ, ໄພພິບັດທີ່ຮ້າຍແຮງກຳ ລັງຈະເກີດຂຶ້ນ, ເຊິ່ງບໍ່ມີໃຜເຄີຍປະສົບມາກ່ອນ."

ເບິ່ງແມ໋

ຄຳວ່າ "ເບິ່ງແມ໋" ໃນທີ່ນີ້ເພີ່ມຄວາມເອົາໃຈໃສ່ຕໍ່ສິ່ງທີ່ຕິດຕາມມາ. ການແປທີ່ເປັນທາງເລືອກ: "ເບິ່ງແມ໋" ຫລື "ຟັງເຖີດ" ຫລື "ເອົາໃຈໃສ່ກັບສິ່ງທີ່ເຮົາກຳລັງຈະບອກເຈົ້າ."

ຄາວອາ​ວະ​ສານ​​ໄດ້ຕື່ນ​ຂຶ້ນ​ຕໍ່­ສູ້​ເຈົ້າແລ້ວ

ການພິພາກສາທີ່ກຳລັງຈະມາເຖິງແມ່ນຖືວ່າເປັນສັດຕູທີ່ຕື່ນຈາກການຫລັບໄຫລ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ພູ­ເຂົາ​ທັງຫລາຍ ກໍຈະປາສະຈາກຄວາມຊື່ນຊົມຍິນດີ

"ປະຊາຊົນຢູ່ເທິງພູຈະບໍ່ມີຄວາມຊື່ນຊົມຍິນດີອີກຕໍ່ໄປ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)