lo_tn/ezk/06/08.md

3.4 KiB

ຂໍ້ມູນທົ່ວໄປ

ນີ້ແມ່ນຖ້ອຍຄຳຂອງພຣະຢາເວທີ່ມີຕໍ່ປະຊາຊົນອິດສະຣາເອນ.

ບາງຄົນລອດພົ້ນຈາກຄົມດາບ

"ບາງຄົນທີ່ບໍ່ໄດ້ຖືກຂ້າຕາຍໃນການສູ້ຮົບ." ດາບເປັນຕົວແທນໃຫ້ຖືກຂ້າໃນສົງຄາມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເມື່ອພວກເຈົ້າໄດ້​ກະຈັດກະ­ຈາຍ​ໄປ​ຢູ່­ໃນ​ປະ­ເທດ​ຕ່າງໆ

"ເມື່ອເຈົ້າໄປອາໄສຢູ່ໃນປະເທດຕ່າງໆ"

ເພາະ​ເຮົາ​ເສຍ​ພຣະ­ໄທ​ເນື່ອງ​ດ້ວຍ​ໃຈ​ບໍ່​ສັດ­ຊື່​ຂອງ​ພວກ­ເຂົາທີ່ໄດ້ຫັນຫນີຈາກເຮົາ

ພຣະຢາເວຊົງກ່າວກ່ຽວກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຜູ້ຍິງທີ່ນອນນຳຫລາຍຄົນ. ອາດແປໄດ້ອີກວ່າ: "ເຮົາເສົ້າໃຈ ເພາະວ່າ ພວກເຂົາຄືກັບເມຍທີ່ໄດ້ປະເຮົາໄປນອນກັບຜູ້ຊາຍຄົນອື່ນໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະ ເພາະ​ດ້ວຍ​ຕາ​ຂອງ​ພວກ­ເຂົາທີ່ໂຫຍຫາ​ຮູບ​ເຄົາ­ລົບ​ຂອງພວກເຂົາ

ພຣະຢາເວຊົງກ່າວກ່ຽວກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຜູ້ຍິງທີ່ແຕ່ງງານແລ້ວເຊິ່ງເບິ່ງຜູ້ຊາຍຄົນອື່ນໆ ແລະ ປາດຖະຫນາຢາກນອນກັບພວກເຂົາ. ອາດແປໄດ້ອີກວ່າ: "ແລະໂດຍທາງທີ່ພວກເຂົາປາດຖະຫນາຢ່າງຍິ່ງທີ່ຈະບູຊາຮູບເຄົາລົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາ​ຈະ​ກຽດ­ຊັງ​ຕົນ​ເອງ ​ເນື່ອງ​ດ້ວຍ​ຄວາມ​ຊົ່ວທັງຫລາຍ ຄື​ໄດ້​ເຮັດ​ໃນສິ່ງ​ຫນ້າ​ລັງກຽດ­​ທັງຫລາຍ​ຂອງພວກ​ເຂົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພວກເຂົາຈະກຽດຊັງຕົນເອງເພາະສິ່ງທີ່ຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ" ຫລື 2) "ພວກເຂົາຈະກຽດຊັງສິ່ງທີ່ຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ." ອາດແປໄດ້ອີກວ່າ: "ໃບຫນ້າຂອງພວກເຂົາຈະສະແດງຄວາມກຽດຊັງຕໍ່ຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ."