lo_tn/ezk/06/01.md

2.8 KiB

ຂໍ້ມູນທົ່ວໄປ

ພຣະຢາເວ ກຳລັງບອກເອເຊກຽນໃຫ້ເວົ້າກັບພູເຂົາຄືກັບວ່າພວກເຂົາເປັນຄົນເພື່ອໃຫ້ປະຊາຊົນອິດສະຣາເອນໄດ້ຍິນຄຳເວົ້າ ແລະ ຮູ້ວ່າຄຳເວົ້າຂອງເອເຊກຽນແມ່ນສຳລັບພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-apostrophe)

ພຣະຄຳຂອງພຣະ­ຢາເວ​ມາ​ເຖິງ​ຂ້ານ້ອຍ

"ພຣະຢາເວຊົງກ່າວກັບຂ້ານ້ອຍ." ແປຄືໃນ 1: 1.

“ບຸດ​ແຫ່ງ​ມະ­ນຸດ​ເອີຍ

"ລູກແຫ່ງຂອງມະນຸດເອີຍ" ຫລື "ບຸດຂອງມະນຸດ." ພຣະເຈົ້າຊົງເອີ້ນເອເຊກຽນໃນເລື່ອງນີ້ເພື່ອເນັ້ນໃຫ້ເຫັນວ່າ ເອເຊກຽນເປັນພຽງມະນຸດເທົ່ານັ້ນ. ພຣະເຈົ້າມີອຳນາດ ແລະມີຊີວິດຢູ່ຕະຫລອດໄປເປັນນິດ, ແຕ່ຄົນເຮົາບໍ່ແມ່ນ. ແປຄືໃນ 2: 1. ອາດແປໄດ້ອີກວ່າ: "ຄົນຕາຍ" ຫລື "ມະນຸດ"

ຈົ່ງ​ຕັ້ງ​ຫນ້າ​ຂອງ​ເຈົ້າ​ໄປ​ທີ່​ພູ­​ເຂົາທັງ­ຫລາຍ​ຂອງ​ອິດສະຣາເອນ

"ແນມເບິ່ງພູເຂົາແຫ່ງອິດສະຣາເອນດ້ວຍຫນ້າທີ່ໂກດຮ້າຍ." ຄຳສັບທີ່ຄ້າຍຄືກັນນີ້ປາກົດຢູ່ໃນ 4: 1.

ພູເຂົາ­​ທັງ­ຫລາຍ​ຂອງ​ອິດສະຣາເອນ

"ພູເຂົາໃນແຜ່ນດິນອິດສະຣາເອນ."

ເບິ່ງແມ໋!

"ເບິ່ງແມ໋!" ຫລື "ຟັງເຖີດ!" ຫລື "ເອົາໃຈໃສ່ກັບສິ່ງທີ່ເຮົາກຳລັງຈະບອກເຈົ້າ!"

ພຣະຢາເວອົງພຣະຜູ້ເປັນເຈົ້າ

ແປຄືໃນ 2:4.

ເຮົາ​ຈະ​ນຳ​ດາບ​ມາຕໍ່ສູ້ພວກ​ເຈົ້າ

ຄຳວ່າ “ດາບ” ໃນນີ້ຫມາຍເຖິງສົງຄາມ. ອາດແປໄດ້ອີກວ່າ: "ເຮົາກຳລັງເຮັດສົງຄາມກັບເຈົ້າ" ຫລື "ເຮົາຈະສູ້ຮົບກັບພວກເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)