lo_tn/ezk/05/11.md

3.4 KiB

ຂໍ້ມູນທົ່ວໄປ

ພຣະຢາເວຊົງສືບຕໍ່ກ່າວກັບປະຊາຊົນອິດສະຣາເອນ ແລະ ຢູດາ.

ມີ­ຊີ­ວິດ​ຢູ່​ສັນ­ໃດ — ນີ້ຄືພຣະ­ຢາເວອົງຜູ້­ເປັນ­ເຈົ້າປະກາດວ່າ — ມັນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະຢາເວກຳລັງກ່າວກ່ຽວກັບຕົນເອງຄືກັບວ່າພຣະອົງເປັນອີກຄົນຫນຶ່ງອາດແປໄດ້ອີກວ່າ: "ມີຊີວິດ - ເຮົາ, ພຣະຢາເວອົງພຣະຜູ້ເປັນເຈົ້າ, ປະກາດດັ່ງນີ້ - ມັນ" ຫລື 2) '- ນີ້ແມ່ນການປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ - ມັນ"

ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ

"ແນ່ນອນວ່າທີ່ເຮົາມີຊີວິດຢູ່." ຫລື "ເຫມືອນກັບວ່າເຮົາຍັງມີຊີວິດຢູ່, ມັນກໍແມ່ນຄວາມຈິງທີ່ວ່າ"

ພຣະຢາເວ ອົງພຣະຜູ້ເປັນເຈົ້າ

ແປຄືໃນ 2:4.

ມົນທິນ ... ພຣະວິຫານ

ທຳລາຍສະຖານທີ່ທີ່ພຣະຢາເວໄດ້ກໍານົດໄວ້ສະເພາະເປັນການນໍາໃຊ້ຂອງພຣະອົງ

ກັບສິ່ງທີ່ຫນ້າກຽດຊັງຂອງເຈົ້າ

"ກັບສິ່ງທັງປວງຂອງເຈົ້າທີ່ເຮົາກຽດຊັງ." ທ່ານອາດຈະຕ້ອງເວົ້າຢ່າງຈະແຈ້ງວ່າສິ່ງນີ້ຫມາຍເຖິງຮູບເຄົາລົບ: "ກັບຮູບເຄົາລົບທັງຫມົດຂອງທ່ານ, ເຊິ່ງເຮົາກຽດຊັງ" ຫລື "ກັບຮູບເຄົາລົບທີ່ຫນ້າລັງກຽດທັງຫລາຍຂອງທ່ານ". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ດ້ວຍ​ສິ່ງ​ຫນ້າ​ກຽດ­ຊັງ​ທັງ​ຫມົດ​ຂອງ​ເຈົ້າ

"ແລະດ້ວຍສິ່ງທີ່ຫນ້າກຽດຫນ້າຊັງທັງຫລາຍທີ່ເຈົ້າເຮັດ"

ສາຍຕາ​ຂອງ​ເຮົາ​ຈະ​ບໍ່​ປາ­ນີເຈົ້າ

ຄຳວ່າ "ຕາ" ແມ່ນຄຳປຽບທຽບສຳລັບພຣະຢາເວ. ອາດແປໄດ້ອີກວ່າ: "ເຮົາຈະບໍ່ສົງສານເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາ​ຈະ​ບໍ່​ສົງ­ສານ​ເຈົ້າ​ອີກ

"ເຮົາຈະລົງໂທດເຈົ້າຢ່າງແນ່ນອນ"

ພວກເຂົາຈະຖືກເຜົາໄຫມ້​ດ້ວຍໄພ​ອຶດຫິວ​ໃນ​ທ່າມກາງຫມູ່​ພວກ​ເຈົ້າ

"ຫລາຍຄົນໃນພວກເຂົາຈະຕາຍຍ້ອນຄວາມອຶດຢາກ"