lo_tn/ezk/04/06.md

3.4 KiB

ຂໍ້ມູນທົ່ວໄປ

ພຣະວິນຍານສືບຕໍ່ໃນການກ່າວກັບເອເຊກຽນ.

ມື້ເຫລົ່ານີ້

ໃນມື້ທັງຫລາຍເຫລົ່ານີ້ ເອເຊກຽນນອນຕະແຄງເບື້ອງຊ້າຍເພື່ອສະແດງເຖິງການອ້ອມຮອບຂອງອານາຈັກອິດສະຣາເອນ

ເພື່ອ​ເຈົ້າ​ຈະ​ແບກ​ຄວາມຜິດບາບ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເຈົ້າຈະຮູ້ສຶກຜິດຍ້ອນຄວາມບາບຂອງເຂົາ" ຫລື 2) "ເຈົ້າຈະຖືກລົງໂທດຍ້ອນບາບ." ທັງສອງຄວາມຫມາຍນີ້ຈະຖືກສະແດງໃຫ້ເຫັນ "ເປັນສັນຍາລັກ" ໂດຍເອເຊກຽນທີ່ໄດ້ກ່າວໄວ້ໃນ. ຄຳສັບຄ້າຍຄືກັນນີ້ປາກົດຢູ່ໃນ 4: 4.

​ເຊື້ອ­ສາຍຂອງ​ຢູ­ດາ

ຄຳວ່າ “ເຊື້ອສາຍ” ແມ່ນຄຳສັບປຽບທຽບສຳລັບຄອບຄົວທີ່ອາໄສຢູ່ໃນເຮືອນ, ໃນກໍລະນີນີ້ແມ່ນລູກຫລານຂອງຢູດາໃນຫລາຍປີຜ່ານມາ. ອາດແປໄດ້ອີກວ່າ: "ກຸ່ມຄົນຢູດາ" ຫລື "ຊາວຢູດາ" ຄຳເວົ້າທີ່ຄ້າຍຄືກັນນີ້ປາກົດຢູ່ໃນ 3: 1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາ​ໄດ້ກຳ­ນົດ​ໃຫ້​ເຈົ້າຫນຶ່ງມື້​ແທນຫນຶ່ງ​ປີ

"ເຮົາຈະເຮັດໃຫ້ເຈົ້າເຮັດສິ່ງນີ້ສຳລັບມື້ຫນຶ່ງໃນແຕ່ລະປີທີ່ເຮົາຈະລົງໂທດພວກເຂົາ."

ທຳ​ນວາຍ​ຕໍ່­ສູ້ນະຄອນ​ນັ້ນ

"ທຳນວາຍກ່ຽວກັບສິ່ງບໍ່ດີທີ່ຈະເກີດຂຶ້ນກັບເຢຣູຊາເລັມ"

ແລະ​ເບິ່ງ​ແມ໋!

"ເບິ່ງແມ໋!" ຫລື "ຟັງເຖີດ!" ຫລື "ເອົາໃຈໃສ່ກັບສິ່ງທີ່ເຮົາກຳລັງຈະບອກເຈົ້າ!"

ເຮົາ​ຈະ​ເອົາ​ເຄື່ອງຜູກ​ມັດ​ເຈົ້າ​ໄວ້

ເຄື່ອງຜູກມັດແມ່ນເຊືອກຫລືໂສ້ທີ່ເຮັດໃຫ້ຄົນບໍ່ເຄື່ອນຍ້າຍ. ມັນບໍ່ຈະແຈ້ງວ່າ ຄຳວ່າ “ເຄື່ອງຜູກມັດ” ແມ່ນຄຳປຽບທຽບ ສຳລັບບາງສິ່ງບາງຢ່າງທີ່ພຣະຢາເວປະຕິບັດເຫມືອນກັບວ່າພຣະອົງໄດ້ຜູກມັດເອເຊກຽນ ຫລື ເຫມືອນກັບວ່າ ພຣະອົງໃຊ້ເຊືອກມັດ. (ເບິ່ງເເພີ່ມເຕີມ: rc://*/ta/man/translate/figs-metaphor)