lo_tn/ezk/04/04.md

3.1 KiB

ຂໍ້ມູນທົ່ວໄປ

ພຣະຢາເວຍັງສືບຕໍ່ກ່າວຕໍ່ເອເຊກຽນ.

​​ວາງ​ຄວາມຜິດບາບ​ແຫ່ງ​ເຊື້ອສາຍ​ອິດສະຣາເອນ​ໄວ້​ເຫນືອໂຕ​ເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ ແມ່ນ 1) "ເປັນສັນຍາລັກຮັບເອົາການລົງໂທດບາບຂອງຊາວອິດສະຣາເອນ" ຫລື 2) "ທໍລະມານໂດຍການນອນຢູ່ຂ້າງທ່ານຍ້ອນຄວາມບາບຂອງພວກເຂົາ."

​ເຊື້ອສາຍ​ອິດສະຣາເອນ

ຄຳວ່າ “ເຊື້ອສາຍ” ແມ່ນຄຳສັບປຽບທຽບສຳລັບຄອບຄົວທີ່ອາໄສຢູ່ໃນເຮືອນ, ໃນກໍລະນີນີ້ແມ່ນຊາວອິດສະຣາເອນ, ເຊື້ອສາຍຂອງຢາໂຄບຕະຫລອດຫລາຍປີ. ອາດແປໄດ້ອີກວ່າ: "ກຸ່ມຄົນອິດສະຣາເອນ" ແປຄືໃນ 3: 1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ເຈົ້າ​ແບກຄວາມຜິດບາບ

ຄວາມຫມາຍທີ່ເປັນໄປໄດ້ ແມ່ນ 1) "ທ່ານຈະຮູ້ສຶກຜິດກັບຄວາມບາບຂອງພວກເຂົາ" ຫລື 2) "ທ່ານຈະຖືກລົງໂທດຍ້ອນບາບຂອງພວກເຂົາ." ທັງສອງຄວາມຫມາຍເຫລົ່ານີ້ຈະຖືກສະແດງໃຫ້ເຫັນ "ເປັນສັນຍາລັກ" ໂດຍເອເຊກຽນທີ່ໄດ້ກ່າວໄວ້ໃນ...

ວາງລົງຕໍ່ສູ້ເຊື້ອຊາດ​ຂອງອິດສະຣາເອນ

ອາດແປໄດ້ອີກວ່າ: "ນອນລົງປະເຊີນຫນ້າກັບອານາຈັກອິດສະຣາເອນໃນແບບທີ່ບໍ່ເປັນມິດ."

ເພາະ​ເຮົາ​ໄດ້​ກຳ­ນົດ​ມື້​ໃຫ້​ແກ່​ເຈົ້າ​ແລ້ວມື້ຫນຶ່ງແທນປີຫນຶ່ງຂອງການລົງໂທດພວກມັນ

ອາດແປໄດ້ອີກວ່າ: "ເຮົາສັ່ງໃຫ້ທ່ານວາງຂ້າງຂອງທ່ານເປັນເວລາຫລາຍວັນເທົ່າກັບຈຳນວນປີທີ່ເຮົາຈະລົງໂທດພວກເຂົາ."

ປີຫນຶ່ຂອງການລົງໂທດພວກມັນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ໃນແຕ່ລະປີທີ່ພວກເຂົາຈະຖືກລົງໂທດຍ້ອນບາບຂອງພວກເຂົາ ຫລື 2) ໃນແຕ່ລະປີທີ່ພວກເຂົາໄດ້ເຮັດຜິດບາບ.