lo_tn/ezk/04/01.md

4.2 KiB

ຂໍ້ມູນທົ່ວໄປ

ພຣະຢາເວຍັງຊົງກ່າວຕໍ່ເອເຊກຽນ. ພຣະອົງຊົງບອກເອເຊກຽນໃຫ້ເອົາດິນຈີ່ ແລະ ດິນ ແລະທ່ອນໄມ້ ແລະ ເຮັດຄືກັບວ່າລາວເປັນພຣະຢາເວທີ່ກຳລັງທຳລາຍເມືອງເຢຣູຊາເລັມ.

ບຸດແຫ່ງ​ມະ­ນຸດ​ເອີຍ

"ບຸດແຫ່ງມະນຸດເອີຍ" ຫລື "ລູກແຫ່ງມະນຸດ." ພຣະເຈົ້າຊົງເອີ້ນເອເຊກຽນໃນເລື່ອງນີ້ ເພື່ອເນັ້ນວ່າ ເອເຊກຽນເປັນພຽງມະນຸດເທົ່ານັ້ນ. ພຣະເຈົ້າມີອຳນາດ ແລະ ມີຊີວິດຢູ່ຕະຫລອດໄປ, ແຕ່ຄົນເຮົາບໍ່ແມ່ນ. ແປຂໍ້ນີ້ຄືໃນ 2: 1. ອາດແປໄດ້ອີກວ່າ: "ຄົນນັ້ນຕ້ອງຕາຍ" ຫລື "ມະນຸດ"

ແກະ​ຮູບ​ນະຄອນເຢ­ຣູ­ຊາ­ເລັມ

ທ່ານອາດຈະຕ້ອງໄດ້ເວົ້າຢ່າງຈະແຈ້ງວ່າ ເອເຊກຽນ ແກະສະຫລັກຮູບ. ອາດແປໄດ້ອີກວ່າ: "ແກະສະຫລັກຮູບພາບຂອງນະຄອນເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ແລ້ວວາງອ້ອມນະຄອນ​ນັ້ນ​ໄວ້

"ອ້ອມຮອບຕົວເມືອງເພື່ອຈັບມັນ"

ສ້າງປ້ອມ​ປາການຕ້ານມັນ

"ສ້າງກຳແພງທີ່ແຂງແຮງຕ້ານກັບມັນ." ຝາກຳແພງຈະປ້ອງກັນປະຊາຊົນຈາກຫນີອອກຈາກເມືອງ.

ກໍ່​ກອງ​ດິນ​ໄວ້ເປັນເນີນຕໍ່​ສູ້ນະຄອນ​ນັ້ນ

"ກໍ່ກອງດິນຂຶ້ນຂ້າງນອກຂອງມັນເພື່ອໃຫ້ສັດຕູເຂົ້າມາພາຍໃນ." ເຢຣູຊາເລັມມີກຳແພງອ້ອມມັນ ເພື່ອປົກປ້ອງຄົນທາງໃນ. ສັດຕູສາມາດເຂົ້າໄປທາງໃນໄດ້ຖ້າວ່າພວກເຂົາມີທາງຂຶ້ນເພື່ອປີນຂຶ້ນກຳແພງ.

ຈົ່ງຕັ້ງ​ເຄື່ອງ​ທຳ­ລາຍ​ກຳ­ແພງ​ໄວ້​ຮອບນະຄອນ

“ເຄື່ອງ​ທຳ­ລາຍກຳແພງ” ແມ່ນຕົ້ນໄມ້ໃຫຍ່ ຫລື ເສົາຂະຫນາດໃຫຍ່ທີ່ຜູ້ຊາຍທັງຫລາຍໃນກອງທັບຈະເອົາ ແລະ ຕີໃສ່ຝາ ຫລື ປະຕູ ເພື່ອພວກເຂົາຈະທຳລາຍມັນລົງ ແລະ ເຂົ້າໄປທາງໃນ. "ຕັ້ງເສົາຂະຫນາດໃຫຍ່ອ້ອມຮອບບ່ອນທີ່ຄົນໃຊ້ເພື່ອທຳລາຍປະຕູ ແລະ ເຂົ້າໄປຂ້າງໃນ"

ຈົ່ງ​ຫັນ​ຫນ້າ​ຂອງເຈົ້າຕໍ່ສູ້ນະຄອນ​ນັ້ນ

"ແນມເບິ່ງດ້ວຍສີຫນ້າທີ່ໃຈຮ້າຍ"

ເຊື້ອ­ສາຍ​ອິດສະຣາເອນ

ຄຳວ່າ “ເຊື້ອສາຍ” ແມ່ນຄຳສັບປຽບທຽບສຳລັບຄອບຄົວທີ່ອາໄສຢູ່ໃນເຮືອນ, ໃນກໍລະນີນີ້ແມ່ນຊາວອິດສະຣາເອນ, ເຊື້ອສາຍຂອງຢາໂຄບຕະຫລອດຫລາຍປີ. ອາດແປໄດ້ອີກວ່າ: "ກຸ່ມຄົນອິດສະຣາເອນ" ແປຄື 3: 1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)