lo_tn/ezk/03/14.md

4.3 KiB

ຂໍ້ມູນທົ່ວໄປ

ເບິ່ງຄືວ່າເອເຊກຽນ ໄດ້ໃຈຮ້າຍຫລາຍ ເພາະວ່າພຣະຢາເວໄດ້ສົ່ງລາວໄປເວົ້າກັບຊາວອິດສະຣາເອນທີ່ຖືກເນລະເທດ, ດັ່ງນັ້ນຈຶ່ງກະບົດຕໍ່ພຣະອົງເອງ. ເຖິງແມ່ນວ່າລາວຄວນຈະເວົ້າກັບພວກເຂົາ, ລາວນັ່ງຢູ່ໃນຄວາມງຽບເປັນເວລາເຈັດວັນ, ເຖິງແມ່ນວ່າລາວສຳພັດເຖິງອຳນາດແຫ່ງຄວາມໂກດແຄ້ນຂອງພຣະຢາເວ "ຢູ່ເຫນືອລາວ" ກໍຕາມ.

ຄວາມ​ຂົມ­ຂື່ນ ວິນຍານຈິດຂອງຂ້ານ້ອຍຄຽດ­ແຄ້ນ

ຄຳວ່າ "ຄວາມຂົມຂື່ນ" ແລະ "ຄວາມໂກດແຄ້ນ" ແມ່ນປະເພດຂອງຄວາມໂກດແຄ້ນ. ອາດແປໄດ້ອີກວ່າ: "ຂ້ານ້ອຍຂົມຂື່ນ ແລະ ວິນຍານຂອງຂ້ານ້ອຍກໍເຕັມໄປດ້ວຍຄວາມໂກດແຄ້ນ" ຫລື "ຂ້ານ້ອຍຂົມຂື່ນ ແລະ ໂກດແຄ້ນ."

ຄວາມ​ຂົມ­ຂື່ນ

ເອເຊກຽນກ່າວເຖິງຄວາມໂກດແຄ້ນຂອງລາວຕໍ່ພຣະຢາເວ ຄືກັບວ່າມັນມີລົດຊາດທີ່ບໍ່ດີໃນປາກຂອງລາວເພາະວ່າພຣະຢາເວ ໄດ້ບັງຄັບໃຫ້ລາວກິນອາຫານທີ່ມີລົດຊາດທີ່ບໍ່ດີ.

ເພາະ­ວ່າ​ລິດ­ທາ­ນຸ­ພາບ​ຂອງ​ພຣະ­ຢາເວ​ໄດ້​ຊົງ​ບັງ­ຄັບ​ຢ່າງມີພະລັງຢູ່ເທິງຂ້ານ້ອຍ

ເອເຊກຽນກ່າວເຖິງຄວາມໂສກເສົ້າ ແລະ ຄວາມອິດເມື່ອຍເພາະວ່າພຣະຢາເວໄດ້ສັ່ງລາວເຮັດສິ່ງທີ່ລາວບໍ່ຕ້ອງການເຮັດຄືກັບວ່າພຣະຢາເວ ກຳລັງຂົ່ໃລາວລົງສູ່ພື້ນດິນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະຫັດຂອງ​ພຣະ­ຢາເວ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຄຳວ່າ "ພະຫັດ" ມັກຖືກໃຊ້ເພື່ອກ່າວເຖິງອຳນາດຫລືການກະທຳຂອງຜູ້ໃດຜູ້ຫນຶ່ງ, ອາດແປໄດ້ອີກວ່າ: "ອຳນາດຂອງພຣະຢາເວ," ຫລື 2) ເອເຊກຽນຮູ້ວ່າ ພຣະຢາເວໃຈຮ້າຍໃຫ້ລາວ ເພາະລາວບໍ່ໄດ້ເຊື່ອຟັງພຣະຢາເວ ໂດຍການເວົ້າກັບການອົບພະຍົບອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ເທນອາ­ບີບ

ເມືອງຫນຶ່ງໃນບາບີໂລນເຊິ່ງຫ່າງຈາກເມືອງໃຫຍ່ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 80 ກິໂລແມັດ ເຊິ່ງຖືກເອີ້ນວ່າບາບີໂລນເຊັ່ນກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ແຄມ​ແມ່­ນ້ຳ​ເກ­ບາກ

ນີ້ແມ່ນແມ່ນ້ຳທີ່ປະຊາຊົນໃນເມືອງເກບາກໄດ້ຂຸດເພື່ອໃຫ້ນ້ຳໄດ້ໄຫລເຂົ້າສວນຂອງພວກເຂົາ. ແປຄືໃນ 1: 1.

​ດ້ວຍ​ຄວາມ​ຕົກ​ຕະ­ລຶງ

"ບໍ່ສາມາດເຮັດຫຍັງໄດ້ເພາະວ່າຂ້ານ້ອຍປະຫລາດໃຈຫລາຍ"