lo_tn/ezk/03/08.md

2.9 KiB

ຂໍ້ມູນທົ່ວໄປ

ພຣະວິນຍານບໍຣິສຸດຂອງພຣະເຈົ້າຊົງສືບຕໍ່ໃນການກ່າວຕໍ່ເອເຊກຽນ.

ເບິ່ງເຖີດ!

ຄຳວ່າ "ເບິ່ງເຖີດ" ໃນທີ່ນີ້ແຈ້ງໃຫ້ເອເຊກຽນເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕາມມາ.

ເຮົາໄດ້​ເຮັດ­ໃຫ້ຫນ້າຂອງ​ເຈົ້າແຂງກະດ້າງເຫມືອນພວກເຂົາ

ຄຳສັບທີ່ວ່າ “ຫນ້າ” ແລະ “ ໃບຫນ້າ” ແມ່ນໃຊ້ເພື່ອຢັ້ງຢືນສຳລັບຄົນທີ່ປະໂຫຍກແມ່ນກ່ຽວກັບ. ອາດແປໄດ້ອີກວ່າ: "ເຮົາໄດ້ເຮັດໃຫ້ເຈົ້າແຂງກະດ້າງຄືກັບພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເຮົາໄດ້ເຮັດໃຫ້ ... ຂອງເຈົ້າແຂງເຊັ່ນຫນ້າຜາກຂອງພວກເຂົາ

"ຫນ້າຜາກ" ແມ່ນຫນ້າຜາກຫລືຄິ້ວ ແລະ ເປັນຄຳເວົ້າສຳລັບບຸກຄົນ. ອາດແປໄດ້ອີກວ່າ: "ເຮົາໄດ້ເຮັດໃຫ້ ... ເຈົ້າແຂງແຮງ ເພື່ອເຈົ້າຈະບໍ່ຢຸດເຮັດສິ່ງທີ່ເຈົ້າກຳລັງເຮັດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາຈະ​ເຮັດ­ໃຫ້​ຫນ້າຜາກແຂງ​ກວ່າເພັດ, ແຂງຍິ່ງກວ່າຫີນເຫລັກໄຟ

"ເຮົາໄດ້ເຮັດໃຫ້ຫນ້າຜາກຂອງເຈົ້າເປັນຄືກ້ອນຫີນທີ່ແຂງທີ່ສຸດ, ແຂງຍິ່ງກວ່າຫີນເຫລັກໄຟ."

ຫີນເຫລັກໄຟ

ກ້ອນຫີນທີ່ແຂງໆທີ່ສາມາດຈຸດໄຟໄດ້ດ້ວຍການຂີດມັນໃສ່ໂລຫະ ຫລື ກ້ອນຫີນແຂງໆອັນອື່ນ

ເຊື້ອສາຍ

ນີ້ແມ່ນຄຳອຸປະມາສຳລັບຄອບຄົວທີ່ອາໄສຢູ່ໃນເຮືອນດຽວກັນ, ໃນກໍລະນີນີ້ ຊາວອິດສະຣາເອນ, ເຊື້ອສາຍຂອງຢາໂຄບຕະຫລອດຫລາຍປີ. ອາດແປໄດ້ອີກວ່າ: "ກຸ່ມຄົນ" ແປຄືໃນ 2: 4. (ເບິ່ງເພີີ່ມເຕີມ: rc://*/ta/man/translate/figs-metonymy)