lo_tn/ezk/03/04.md

3.6 KiB

ຂໍ້ມູນທົ່ວໄປ

ເອເຊກຽນ ສຶບຕໍ່ໃນການບັນຍາຍກ່ຽວກັບນິມິດທີ່ລາວເຫັນ.

ຊົງ​ກ່າວກັບຂ້ານ້ອຍ​ວ່າ

ຖ້າໃນພາສາຂອງທ່ານລະບຸຜູ້ທີ່ເວົ້າ, ມັນເປັນສິ່ງທີ່ດີທີ່ສຸດທີ່ຈະລະບຸຜູ້ເວົ້າວ່າເປັນ "ຜູ້ທີ່ເບິ່ງຄືກັບມະນຸດ" (1:26). ມັນບໍ່ແມ່ນ "ພຣະວິນຍານ."

ເຊື້ອສາຍຂອງ​ອິດສະຣາເອນ

ຄຳວ່າ “ເຊື້ອສາຍ” ແມ່ນຄຳສັບສຳລັບຄອບຄົວທີ່ອາໄສຢູ່ໃນເຮືອນດຽວກັນ, ໃນກໍລະນີນີ້ ຊາວອິດສະຣາເອນ, ເຊື້ອສາຍຂອງຢາໂຄບຕະຫລອດຫລາຍປີ. ອາດແປໄດ້ອີກວ່າ: "ກຸ່ມຄົນອິດສະຣາເອນ" ແປຄືກັບ 3: 1.

​ເວົ້າ​ພາ­ສາ​ຕ່າງ­ປະ­ເທດ ຫລື ພາສາທີ່ເວົ້າເຂົ້າໃຈ​ຍາກ

"ຜູ້ທີ່ເວົ້າພາສາຕ່າງປະເທດ ຫລື ພາສາທີ່ຍາກໆ"

ເຮົາຈະບໍ່ໄດ້ສົ່ງເຈົ້າໄປຫາຊົນຊາດທີ່ມີອຳນາດ ທີ່ເວົ້າພາສາຕ່າງປະເທດ

"ຂ້ອຍບໍ່ໄດ້ສົ່ງເຈົ້າໄປຫາປະເທດທີ່ເຂັ້ມແຂງເຊິ່ງຜູ້ຄົນເວົ້າພາສາແປກໆ"

ຖ້າເຮົາສົ່ງເຈົ້າໄປຫາຄົນພວກນັ້ນ, ພວກເຂົາກໍຈະຟັງເຈົ້າ

ນີ້ແມ່ນສະຖານະການສົມມຸດທີ່ສາມາດເກີດຂຶ້ນໄດ້ແຕ່ກໍບໍ່ໄດ້ເກີດ. ພຣະຢາເວບໍ່ໄດ້ສົ່ງເອເຊກຽນໃຫ້ຄົນທີ່ບໍ່ເຂົ້າໃຈພາສາຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)

ຖ້າເຮົາສົ່ງເຈົ້າໄປຫາຄົນພວກນັ້ນ

ຄຳວ່າ "ພວກເຂົາ" ຫມາຍເຖິງຊົນຊາດທີ່ແຂງແຮງນອກເຫນືອຈາກອິດສະຣາເອນ.

​ແຂງກະດ້າງ ແລະ ​ໃຈ​ແຂງ

"ກະບົດຫລາຍ" ຫລື "ແຂງກະດ້າງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

​ແຂງກະດ້າງ

ບໍ່ປ່ຽນແປງ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໃຈ​ແຂງ

ປະໂຫຍກນີ້ຊີ້ໃຫ້ເຫັນວ່າປະຊາຊົນຕໍ່ຕ້ານພຣະເຈົ້າ ແລະ ບໍ່ຍອມເຊື່ອຟັງພຣະອົງ. ຫົວໃຈຖືກໃຊ້ເພື່ອອະທິບາຍສະຖານທີ່ໃນຮ່າງກາຍທີ່ຄົນຕັດສິນໃຈວ່າພວກເຂົາຕ້ອງການເຮັດຫຍັງ. ແປຂໍ້ນີ້ໃນ 2: 4. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)