lo_tn/ezk/02/01.md

2.2 KiB

ຂໍ້ມູນທົ່ວໄປ

ເອເຊກຽນສືບຕໍ່ເລົ່າກ່ຽວກັບນິມິດທີ່ລາວເຫັນ.

ພຣະອົງຊົງກ່າວກັບຂ້ານ້ອຍວ່າ

ຖ້າໃນພາສາຂອງທ່ານລະບຸເຖິງຄົນທີ່ເວົ້າ, ມັນເປັນສິ່ງທີ່ດີທີ່ສຸດທີ່ຈະລະບຸວ່າຜູ້ເວົ້າຄືເປັນ "ຜູ້ທີ່ເບິ່ງຄືກັບມະນຸດ" (1:26). ມັນບໍ່ແມ່ນ "ພຣະວິນຍານ."

ພຣະ­ວິນ­ຍານ

ຄວາມຫມຍທີ່ເປັນໄປໄດ້ອື່ນໆແມ່ນ 1) "ວິນຍານ" ຫລື 2) "ລົມ."

ບຸດແຫ່ງມະ­ນຸດ​ເອີຍ

"ບຸດແຫ່ງມະນຸດເອີຍ" ຫລື "ບຸດຂອງມະນຸດ." ພຣະເຈົ້າຊົງເອີ້ນເອເຊກຽນເພື່ອເນັ້ນໃຫ້ເຫັນວ່າເອເຊກຽນເປັນພຽງມະນຸດເທົ່ານັ້ນ. ພຣະເຈົ້າມີອຳນາດ ແລະ ມີຊີວິດຢູ່ຕະຫລອດໄປ, ແຕ່ຄົນເຮົາບໍ່ແມ່ນ. ອາດແປໄດ້ອີກວ່າ: "ຄົນຕາຍ" ຫລື "ມະນຸດ"

ໄປ​ຍັງປະຊາຊົນ​​ອິດສະຣາເອນ, ໄປຍັງເຊື້ອສາຍທີ່ມັກກະ­ບົດຊຶ່ງໄດ້ທໍລະຍົດເຮົາ

"ຕໍ່ຊາວອິດສະຣາເອນ, ຕໍ່ປະຊາຊົນທີ່ກະບົດ." ສອງປະໂຫຍກນັ້ນຫມາຍເຖິງຄົນດຽວກັນ. "ຕໍ່ປະຊາຊົນອິດສະຣາເອນ, ຜູ້ກະບົດ."

ຈົນເຖິງ​ທຸກ​ມື້ນີ້

ນີ້ຫມາຍຄວາມວ່າຊາວອິດສະຣາເອນກຳລັງສືບຕໍ່ບໍ່ເຊື່ອຟັງພຣະເຈົ້າ. "ແມ່ນແຕ່ດຽວນີ້" ຫລື "ແມ່ນແຕ່ມື້ນີ້."