lo_tn/ezk/01/27.md

3.0 KiB

ຂໍ້ມູນທົ່ວໄປ

ເອເຊກຽນສືບຕໍ່ເລົ່າກ່ຽວກັບນິມິດ.

ຈາກແອວຂອງເຂົາຂຶ້ນໄປ

ສ່ວນເທິງສະໂພກຂອງຮ່າງກາຍຄົນເຮົາເບິ່ງຄືກັບໂລຫະທີ່ເຫລື້ອມໃສເຊິ່ງມີໄຟຢູ່ໃນນັ້ນ.

ຮອບໆ

"ອ້ອມຮອບຄົນທີ່ນັ່ງເທິງບັນລັງ"

ຂ້ານ້ອຍໄດ້ເຫັນຈາກບັ້ນແອວຂອງເຂົາລົງມາມີລັກສະນະເຫມືອນໄຟ ແລະ ຄວາມສະຫວ່າງຮອບໆ

"ອ້ອມຮອບລຸ່ມເເອວລາວລົງມາ, ຂ້າພະເຈົ້າໄດ້ເຫັນສິ່ງທີ່ຄ້າຍຄືກັບໄຟ ແລະ ແສງສະຫວ່າງສົດໃສ."

ມີແສງ­ສະ­ຫວ່າງໂດຍຮອບໆເຫມືອນລັກສະນະຂອງຮຸ້ງທີ່ປາກົດໃນເມກໃນມື້ທີ່ຝົນຕົກ

"ຄວາມສະຫວ່າງທີ່ຢູ່ອ້ອມຮອບຕົວມັນຄ້າຍຄືກັບຮຸ້ງເຊິ່ງປະກົດຢູ່ໃນເມກໃນມື້ທີ່ຝົນຕົກ."

ຮຸ້ງ

ລາຍເສັ້ນທີ່ມີສີສັນທີ່ປາກົດໃນຕອນຝົນຕົກ ເມື່ອແສງແດດສ່ອງອອກຫລັງຈາກຝົນເຊົາ

ລັກສະນະແລະຮູບລັກສະນະຂອງພຣະສະຫງ່າຣາສີຂອງພຣະຢາເວ

"ແສງສະຫວ່າງສົດໃສຄ້າຍຄືກັບບາງສິ່ງທີ່ຄ້າຍຄືກັບສະຫງ່າຣາສີຂອງພຣະຢາາເວ."

ຂ້ານ້ອຍກໍໄດ້ຊົບຫນ້າ

"ຂ້ານ້ອຍກໍໍໄດ້ກົ້ມລົງເຖິງດິນ" ຫລື "ຂ້ານ້ອຍນອນລົງດິນ." ເອເຊກຽນບໍ່ໄດ້ລົ້ມລົງໂດຍບັງເອີນ. ລາວໄດ້ນອນລົງພື້ນເພື່ອສະແດງໃຫ້ເຫັນວ່າລາວເຄົາລົບແລະ ຢຳເກງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຂ້ານ້ອຍໄດ້ຍິນສຽງກຳລັງເວົ້າ

ຄຳວ່າ "ສຽງ" ແມ່ນຄຳອະທິບາຍສຳລັບບຸກຄົນ. ອາດແປໄດ້ອີກວ່າ: "ຂ້ານ້ອຍໄດ້ຍິນຄົນກຳລັງເວົ້າ" ຫລື "ມີບາງຄົນເວົ້າ, ແລະ ຂ້ານ້ອຍໄດ້ຍິນສຽງຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)