lo_tn/ezk/01/10.md

3.1 KiB

ຂໍ້ມູນເຊື່ອມຕໍ່

ເອເຊກຽນສືບຕໍ່ບັນລະຍາຍເຖິງນິມິດຂອງລາວ.

ຮູບລັກສະນະໃບຫນ້າ​ຂອງສິ່ງທີ່ມີຊີວິດເຫລົ່ານັ້ນຄືດ້ານຫນ້າເປັນຫນ້າຄົນ

ເອເຊກຽນກຳລັງບັນລະຍາຍໃບຫນ້າຕ່າງໆຂອງສິ່ງທີ່ມີຊີວິດທີ່ຢູ່ທາງຫນນ້າພວກເຂົາ. ອາດແປໄດ້ອີກວ່າ: "ໃບຫນ້າຂອງແຕ່ລະຄົນມີລັກສະນະຄ້າຍຄືກັນນີ້: ໃບຫນ້າຢູ່ທາງຫນ້າເບິ່ງຄ້າຍຄືກັບໃບຫນ້າຂອງມະນຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຕໍ່ໄປ, ໃບຫນ້ານັ້ນ​ເຫມືອນ​ຫນ້າ​ສິງຢູ່ຂ້າງຂວາ,

"ໃບຫນ້າທາງເບື້ອງຂວາຂອງຫົວມັນຄ້າຍຄືກັບໃບຫນ້າຂອງສິງໂຕ"

ຕໍ່ໄປ, ໃບຫນ້າເຫມືອນ​ຫນ້າ­ງົວຢູ່ຂ້າງ​ຊ້າຍ

"ໃບຫນ້າທາງເບື້ອງຊ້າຍຂອງຫົວຂອງມັນຄ້າຍຄືກັບໃບຫນ້າຂອງງົວ"

ສຸດທ້າຍ, ໃບຫນ້າ​ເຫມືອນ​ຫນ້າ​ນົກ​ອິນຊີ

"ສຸດທ້າຍ, ໃບຫນ້າຢູ່ດ້ານຫລັງຂອງຫົວຂອງມັນເບິ່ງຄືກັບໃບຫນ້າຂອງນົກອິນຊີ"

ສ່ວນປີກ​ທັງ​ຫລາຍນັ້ນ​ພື​ອອກໄປ, ແຕ່ລະໂຕມີສອງປີກ​ຈຸ​ກັບ​ປາຍ​ປີກ​ຂອງ­ໂຕ​ອື່ນ

"ສິ່ງທີ່ມີຊີວິດແຕ່ລະຄົນຖືປີກທັງສອງເບື້ອງຂອງມັນໄວ້ ເພື່ອໃຫ້ແຕ່ລະປີກຂອງສິ່ງມີຊີວິດຢູ່ເບື້ອງຫນຶ່ງຂອງມັນຈຸກັບໂຕອື່ນ, ແລະປີກອີກເບື້ອງຫນຶ່ງໄດ້ຈຸປີກຂອງສິ່ງມີຊີວິດຢູ່ອີກເບື້ອງຫນຶ່ງຂອງລາວ"

ແລະ ​ອີກ​ປີກ​ສອງ​ປີກ​ໄດ້​ປົກ​ຫຸ້ມ​ໂຕ​ມັນ​ໄວ້

ສິ່ງນີ້ສາມາດຖືກແປເປັນປະໂຫຍກໃຫມ່: "ອີກປີກສອງປີກຂອງສັດແຕ່ລະໂຕໄດ້ປົກຄຸມຮ່າງກາຍຂອງມັນ"

ໂຕລະໂຕເຄື່ອນ​ຫນ້າຊື່ໄປ

"ສັດແຕ່ລະໂຕເຄື່ອນໄປດ້ວຍປິ່ນຫນ້າໄປຂ້າງຫນ້າ"