lo_tn/ezk/01/01.md

4.4 KiB

ປີ​ທີ​ສາມ­ສິບ

ນີ້ແມ່ນປີທີສາມສິບຂອງຊ່ວງອາຍຸຊີວິດເອເຊກຽນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-ordinal)

ໃນວັນທີ​ຫ້າເດືອນ​ສີ່

"ມື້ທີຫ້າຂອງເດືອນສີ່." ນີ້ແມ່ນເດືອນທີສີ່ຂອງປະຕິທິນຊາດຢິວ. ມື້ທີ 5 ແມ່ນປະມານທ້າຍເດືອນມິຖຸນາຕາມປະຕິທິນຂອງຊາວຕາເວັນຕົກ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-hebrewmonths]] ແລະ [[rc:///ta/man/translate/translate-ordinal]])

ສິ່ງທີ່ໄດ້ເກີດຂື້ນ

ປະໂຫຍກນີ້ຖືກນຳໃຊ້ໃນທີ່ນີ້ ເພື່ອຫມາຍເຫດການສຳຄັນໃນເລື່ອງ. ຖ້າໃນພາສາຂອງທ່ານມີວິທີໃນການເວົ້າສິ່ງນີ້, ທ່ານສາມາດພິຈາລະນານຳໃຊ້ໃນທີ່ນີ້.

ຂະ­ນະ​ທີ່­ຂ້ານ້ອຍ​ຢູ່​ກັບ​ພວກ​ຊະ­ເລີຍ

ຄຳວ່າ "ຂ້ານ້ອຍ" ຫມາຍເຖິງ ເອເຊກຽນ. "ຂ້າພະເຈົ້າແມ່ນຫນຶ່ງໃນບັນດາຊະເລີຍ"

ຂ້ານ້ອຍໄດ້ເຫັນນິມິດຂອງ​ພຣະ­ເຈົ້າ

"ພຣະເຈົ້າໄດ້ສຳແດງໃຫ້ຂ້ານ້ອຍເຫັນສິ່ງທີ່ຜິດປົກກະຕິ"

ຄືໃນປີທີຫ້າທີ່​ກະ­ສັດ​ເຢ­ໂຮ­ອາ­ກິນ​ຖືກ​ຈັບ​ໄປ​ເປັນ​ຊະ­ເລີຍ.

ໃນປຶ້ມເຫລັ້ມນີ້, ເອເຊກຽນ ຈະລົງວັນທີຄຳທຳນວາຍຂອງລາວໂດຍອີງໃສ່ເວລາທີ່ຊາວບາບີໂລນບັງຄັບໃຫ້ເຢໂຮອາກິນ ອອກຈາກເຢຣູຊາເລັມ.

ຕໍ່ເອເຊກຽນ ... ຢູ່ເຫນືອທ່ານທີ່ນັ້ນ.

ເອເຊກຽນໄດ້ເວົ້າາກັບຕົນເອງເຫມືອນກັບລາວເວົ້າກັບອີກບຸກຄົນຫນຶ່ງ. ອາດແປໄດ້ອີກວ່າ: "ຕໍ່ຂ້າພະເຈົ້າ, ເອເຊກຽນ ... ຢູ່ເຫນືອທ່ານທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ພຣະຄຳຂອງພຣະຢາເວ ໄດ້ມາຍັງ ເອ­ເຊ­ກຽນ​

"ພຣະຢາເວ ກ່າວຢ່າງແຮງກ້າຕໍ່ເອເຊກຽນ"

ບູຊີ

ຊື່ຂອງຜູ້ຊາຍ (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ແມ່ນາໍ້ເກບາກ

ນີ້ແມ່ນແມ່ນ້ຳທີ່ປະຊາຊົນໃນເມືອງ ເກບາກ ໄດ້ຂຸດ ເພື່ອໃຫ້ນ້ຳໄດ້ໄຫລເຂົ້າສວນຂອງພວກເຂົາ. "ແມ່ນ້ຳເກບາກ"

ພຣະຫັດຂອງພຣະຢາເວໄດ້ມາຢູ່ເຫນືອທ່ານ

ຄຳວ່າ “ພຣະຫັດ” ມັກຈະຖືກໃຊ້ເພື່ອກ່າວເຖິງອຳນາດ ຫລື ການກະທຳຂອງຜູ້ໃດຜູ້ຫນຶ່ງ. ຄົນທີ່ຈັບມືຄົນອື່ນມີອຳນາດ ເຫນືອຄົນອື່ນ. ອາດແປໄດ້ອີກວ່າ: "ພຣະຢາເວ ກຳລັງຄວບຄຸມຂ້າພະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະຢາເວ

ນີ້ແມ່ນຊື່ຂອງພຣະເຈົ້າທີ່ພຣະອົງຊົງໄດ້ເປີດເຜີຍຕໍ່ປະຊາຊົນຂອງພຣະອົງໃນສັນຍາເດີມ. ເບິ່ງຫນ້າແປຄຳສັບກ່ຽວກັບຄຳວ່າພຣະຢາເວວ່າແປແນວໃດໃນຄຳນີ້.