lo_tn/exo/37/07.md

2.2 KiB

ຂໍ້ມູນທົ່ວໄປ:

ວຽກງານຂອງເບຊາເລນສືບຕໍ່ສະແດງເຖິງການສ້າງຫໍເຕັນ ແລະ ເຄື່ອງໃຊ້ພາຍໃນນັ້ນ.

ເບຊາເລນໄດ້ເຮັດ ... ທາງກາງຝາຫີບໄຖ່ບາບ

ສຳລັບຂໍ້ 37:7-9 ເບິ່ງເພີ່ມເຕີມວິທີການແປນີ້ທີມີຫລາຍຄຳສັບຢູ່ໃນຂໍ້ 25:15 ແລະ 25:19.

ພວກເຂົາໄດ້ເຮັດໃຫ້ເປັນເນື້ອດຽວກັນ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ລາວໄດ້ເຮັດໃຫ້ພວກມັນເປັນເນື້ອດຽວກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເຄຣູບໄດ້ກາງປີກຂຶ້ນສູງ ແລະ ປົກຄຸມ

ເບຊາເລນໄດ້ວາງຮູບປັ້ນເຄຣູບເຫມືອນກັບວ່າພວກມັນເປັນເຄຣູບແທ້ຊຶ່ງໄດ້ກາງປີກຂຶ້ນສູງ ແລະ ປົກຄຸມຝາຫີບໄຖ່ບາບ. ອາດແປໄດ້ອີກວ່າ: "ພວກເຂົາວາງປີກຂອງເຄຣູບ ເພື່ອວ່າປີກຂອງພວກມັນຈະຕິດກັນແລະກັນ ແລະ ກາງອອກປົກຄຸມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ເຄຣູບແຕ່ລະອົງຫັນຫນ້າເຂົ້າຫາກັນ ແລະ ເບິ່ງມາທາງ

ເບຊາເລນວາງຮູບປັ້ນເຄຣູບເຫມືອນພວກເຂົາເປັນເຄຣູບຂອງແທ້ຊຶ່ງຫັນຫນ້າເຂົ້າຫາກັນ ແລະ ເບິ່ງມາທາງຝາຫີບໄຖ່ບາບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)