lo_tn/exo/34/15.md

2.2 KiB

ຂໍ້ມູນເຊື່ອມຕໍ່:

ພຣະຢາເວສືບຕໍ່ເວົ້າກັບໂມເຊ ເຖິງວ່າປະຊາຊົນຂອງພຣະອົງຕ້ອງປະຕິບັດແນວໃດເມື່ອຢູ່ຂ້າງນອກ.

ເພາະເມື່ອພວກເຂົານອກໃຈພະເຫລົ່ານັ້ນຂອງພວກເຂົາ

ພຣະເຈົ້າເວົ້າກ່ຽວກັບປະຊາຊົນນະມັດສະການພະອື່ນເຫລົ່ານັ້ນເຫມືອນກັບວ່າພວກເຂົາເປັນຍິງໂສເພນີທີ່ໄປຫາຊາຍອື່ນ. ອາດແປໄດ້ອີກວ່າ: "ເພາະພວກເຂົານະມັດສະການພະເຫລົ່ານັ້ນ" ຫລື "ເພາະເມື່ອພວກເຂົານະມັດສະການພະອຶ່ນເຫລົ່ານັ້ນເຫມືອນກັບວ່າພວກເຂົາເປັນຍິງໂສເພນີທີ່ໄປຫາຊາຍອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະພວກເຈົ້າຈະກິນຂອງທີ່ພວກເຂົາຖວາຍບູຊານັ້ນ

ຜົນທີ່ຕາມມາພາຍຫລັງຂອງການກິນອາຫານທີ່ຖວາຍບູຊາແກ່ພະອຶ່ນນັ້ນ ສາມາດເວົ້າໃຫ້ແຈ່ມແຈ້ງໄດ້. ອາດແປໄດ້ອີກວ່າ: "ແລະເຈົ້າຈະກິນອາຫານບາງສ່ວນທີ່ພວກເຂົາຖວາຍ ແລະ ເປັນຄົນຜິດໂທດຖານນະມັດສະການພະອື່ນເຫລົ່ານັ້ນຂອງພວກເຂົາ" ຫລື "ແລະໂຕເຈົ້າເອງຈະເປັນຍິງໂສເພນີຕໍ່ພະອຶ່ນຂອງພວກເຂົາ ໂດຍການກິນອາຫານທີ່ຖວາຍແກ່ພະອື່ນນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)