lo_tn/exo/34/12.md

2.3 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ເວົ້າກັບໂມເຊ. ໃນທີ່ນີ້ພຣະອົງບອກລາວເຖິງສິ່ງທີໂມເຊ ແລະ ປະຊາຊົນຕ້ອງເຮັດ.

ພວກຂົາຈະເປັນກັບດັກທ່າມກາງພວກເຈົ້າ

ປະຊາຊົນຜູ້ທົດລອງຄົນອຶ່ນໃຫ້ເຮັດບາບເວົ້າ ເຫມືອນກັບວ່າພວກເຂົາຈະເປັນກັບດັກຈັບ. ອາດແປໄດ້ອີກວ່າ: "ພວກເຂົາຈະລໍ້ລວງພວກເຈົ້າໃຫ້ເຮັດບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຜູ້ມີພຣະນາມວ່າ 'ຫວງແຫນ'

ຄຳວ່າ "ພຣະນາມ" ທີ່ນີ້ເປັນຕົວແທນເຖິງບຸກຄະລີກຂອງພຣະເຈົ້າ. ອາດແປໄດ້ອີກວ່າ​: "ເຮົາ, ພຣະຢາເວ, ຜູ້ທີ່ຫວງແຫນ" ຫລື "ເຮົາ, ພຣະຢາເວ, ເປັນຜູ້ຫວງແຫນຕະຫລອດເວລາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາ, ພຣະຢາເວ, ຜູ້ມີພຣະນາມວ່າ ຫວງແຫນ, ເປັນພຣະເຈົ້າຜູ້ຫວງແຫນ

ຄຳວ່າ "ຫວງແຫນ" ທີ່ນີ້ຫມາຍເຖິງພຣະເຈົ້າເປັນຫ່ວງການຮັກສາກຽດຂອງພຣະອົງ. ຖ້າປະຊາຊົນຂອງພຣະອົງນະມັດສະການພະອື່ນ, ພຣະອົງຈະເສຍກຽດ, ເພາະວ່າເມື່ອປະຊາຊົນຂອງພຣະອົງບໍ່ໄດ້ໃຫ້ກຽດພຣະອົງແລ້ວ, ຄົນອຶ່ນກໍຈະບໍ່ໃຫ້ກຽດພຣະອົງເຊັ່ນກັນ. ອາດແປໄດ້ອີກວ່າ: "ເຮົາ, ພຣະຢາເວ, ປົກປ້ອງກຽດຂອງເຮົາສະເຫມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)