lo_tn/exo/34/05.md

4.3 KiB

ຢືນຢູ່ກັບໂມເຊທີ່ນັ້ນ

"ຢືນຢູ່ກັບໂມເຊທີ່ເທິງພູ"

ລາວໄດ້ເປັ່ງສຽງອອກພຣະນາມ "ພຣະຢາເວ."

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ລາວເວົ້າອອກຊື່ວ່າ "ພຣະຢາເວ" ຫລື 2) "ລາວປະກາດວ່າພຣະຢາເວເປັນໃຜ." ຄວາມຫມາຍທີ່ສອງ, "ພຣະນາມ" ເປັນຕົວແທນວ່າພຣະເຈົ້າເປັນໃຜ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

"ເຮົາຄືພຣະຢາເວ, ພຣະຢາເວ, ພຣະເຈົ້າຜູ້ຊຶ່ງເຕັມໄປດ້ວຍຄວາມເມດຕາ, ແລະເຕັມໄປດ້ວຍຄວາມສັດຊື່

ພຣະເຈົ້າເວົ້າກ່ຽວກັບພຣະອົງເອງ. ອາດແປໄດ້ອີກວ່າ: "ເຮົາ, ພຣະຢາເວ, ເປັນພຣະເຈົ້າ, ແລະເຮົາເຕັມໄປດ້ວຍຄວາມເມດຕາ, ແລະເຕັມໄປດ້ວຍຄວາມສັດຊື່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ຄຳຫມັ້ນສັນຍາ ແລະໄວ້ວາງໃຈໄດ້

"ສະແດງເຖິງພັນທະສັນຍາທີ່ສັດຊື່ ແລະ ໄວ້ວາງໃຈໄດ້ສະເຫມີໄປ"

ເຕັມໄປດ້ວຍຄວາມສັດຊື່ຕໍ່ພັນທະສັນຍາ

"ເປັນຜູ້ທີ່ສັດຊື່ຕໍ່ຄຳຫມັ້ນສັນຍາຂອງເຮົາຕະຫລອດໄປ." ເບິ່ງເພີ່ມເຕີມວິທີການແປສຳນວນນີ້ທີ່ຄ້າຍຄືກັນໃນຂໍ້ 20:4.

ເຕັມໄປດ້ວຍ ...ຄວາມໄວ້ວາງໃຈໄດ້

"ເປັນທີ່ໄວ້ວາງໃຈໄດ້ຕະຫລອດໄປ"

ແຕ່ພຣະອົງຈະ

ພຣະຢາເວເວົ້າກ່ຽວກັບພຣະອົງເອງ. ອາດແປໄດ້ອີກວ່າ: "ແຕ່ເຮົາຈະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ແຕ່ພຣະອົງບໍ່ລະເວັ້ນການລົງໂທດຢ່າງແນ່ນອນ

ພຣະຢາເວເວົ້າກ່ຽວກັບພຣະອົງເອງ. ອາດແປໄດ້ອີກວ່າ: "ເຮົາຈະບໍ່ລະເວັ້ນການລົງໂທດຢ່າງແນ່ນອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ຈະບໍ່ລະເວັ້ນການລົງໂທດຢ່າງແນ່ນອນ

"ຈະບໍ່ລະເວັ້ນການລົງໂທດຢ່າງແນ່ນອນທີ່ສຸດ" ຫລື "ຈະບໍ່ເວົ້າວ່າຄົນທີ່ມີຄວາມຜິດວ່າບໍ່ມີຄວາມຜິດຢ່າງແນ່ນອນ" ຫລື "ຈະບໍ່ປ່ອຍຄົນທີ່ເຮັດຜິດໄປຢ່າງແນ່ນອນ"

ພຣະອົງໃຫ້ໂທດຄວາມບາບຂອງພໍ່ຕົກທອດໄປເຖິງລູກ

ການລົງໂທດປະຊາຊົນເວົ້າເຫມືອນກັບວ່າການລົງໂທດເປັນວັດຖຸ ທີ່ບາງຄົນສາມາດນຳມາວາງໃສ່ເທິງປະຊາຊົນໄດ້. ອາດແປໄດ້ອີກວ່າ: "ພຣະອົງລົງໂທດຄວາມບາບຂອງພໍ່ຕົກທອດໄປເຖິງລູກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຖິງລູກ

ຄຳວ່າ "ລູກ" ເປັນຕົວແທນເຖິງເຊື້ອສາຍທັງຫລາຍ. ອາດແປໄດ້ອີກວ່າ: "ເຊື້ອສາຍຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)