lo_tn/exo/32/33.md

1.9 KiB

ເຮົາກໍຈະລົບຊື່ຜູ້ນັ້ນຈາກທະບຽນຂອງເຮົາ

ວະລີທີ່ວ່າ "ຜູ້ນັ້ນ" ເປັນຕົວແທນເຖິງ "ຊື່ຂອງຜູ້ນັ້ນ." ອາດແປໄດ້ອີກວ່າ: "ເຮົາຈະລົບຊື່ຜູ້ນັ້ນແຫລະອອກຈາກທະບຽນຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ທະບຽນຂອງເຮົາ

ອ້າງອິງເຖິງທະບຽນຂອງພຣະຢາເວທີ່ໂມເຊໄດ້ເວົ້າເຖິງໃນຂໍ້ 32:30.

ແຕ່ວ່າມື້ທີ່ເຮົາຈະລົງໂທດນັ້ນ, ເຮົາຈະລົງໂທດພວກເຂົາ

ມື້ທີ່ພຣະເຈົ້າຕັດສິນທີຈະລົງໂທດ, ມັນຈະແຈ່ມແຈ້ງວ່າພຣະເຈົ້າເປັນຜູ້ພິພາກສາພວກເຂົາ.

ພຣະຢາເວບັນດານໃຫ້ເກີດໄພພິບັດກັບປະຊາຊົນ

ໄພພິບັດນີ້ແມ່ນໂຣກລະບາດທີຮ້າຍແຮງຫລາຍ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ເຮັດໃຫ້ປະຊາຊົນເຈັບປ່ວຍ"

ພວກເຂົາໄດ້ເຮັດລູກງົວ, ຊຶ່ງອາໂຣນໄດ້ເຮັດນັ້ນ

ເຖິງແມ່ນວ່າອາໂຣນໄດ້ເຮັດລູກງົວ, ປະຊາຊົນກໍມີຄວາມຜິດຄືກັນເພາະວ່າພວກເຂົາໄດ້ບອກອາໂຣນໃຫ້ເຮັດມັນ. ອາດແປໄດ້ອີກວ່າ: "ພວກເຂົາໄດ້ບອກໃຫ້ອາໂຣນເຮັດລູກງົວ"