lo_tn/exo/32/09.md

4.0 KiB

ເຮົາໄດ້ເຫັນຊົນຊາດນີ້ແລ້ວ

ໃນທີ່ນີ້ພຣະຢາເວປຽບທຽບການຮູ້ຈັກຊົນຊາດນີ້ ເຫມືອນກັບເຫັນພວກເຂົາ. ອາດແປໄດ້ອີກວ່າ: "ເຮົາຮູ້ຈັກຊົນຊາດນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປັນຊົນຊາດທີ່ຫົວດື້

ຫົວດື້ - ພຣະຢາເວເວົ້າກັບປະຊາຊົນທີ່ດື້ດືງ ເຫມືອນກັບວ່າພວກເຂົາຫົວດື້. ອາດແປໄດ້ອີກວ່າ: "ເປັນຊົນຊາດທີ່ດື້ດືງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລ້ວບັດນີ້

ຄຳວ່າ "ບັດນີ້" ໃຊ້ທີ່ນີ້ຍຸດພັກເລື່ອງທີ່ພຣະຢາເວກຳລັງບອກໂມເຊ. ໃນທີ່ນີ້ພຣະຢາເວບອກເຖິງສິ່ງທີ່ພຣະອົງຈະກະທຳກັບປະຊາຊົນເຫລົ່ານີ້.

ເພື່ອຄວາມໂກດຮ້າຍຂອງເຮົາຈະເຜົາໄຫມ້ພວກເຂົາ

ພຣະຢາເວເວົ້າກ່ຽວກັບຄວາມໂກດຮ້າຍຂອງພຣະອົງເຫມືອນກັບວ່າມັນສາມາດເຜົາໄຫມ້ເຫມືອນກັບໄຟ. ອາດແປໄດ້ອີກວ່າ: "ຄວາມໂກດຮ້າຍຂອງເຮົາຈະເຫນືອພວກເຂົາຈະເປັນຕາຢ້ານຫລາຍ" ຫລື "ເຮົາໂກດຮ້າຍພວກເຂົາສຸດຂີດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈາກເຈົ້າ

ຄຳວ່າ "ເຈົ້າ" ອ້າງອິງເຖິງໂມເຊ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ເປັນຫຍັງພຣະອົງຈຶ່ງຊົງໂກດຮ້າຍຕໍ່ປະຊາຊົນຂອງພຣະອົງ

ໂມເຊໃຊ້ຄຳຖາມນີ້ເພື່ອພະຍາຍາມທີ່ຈະຊັກຊວນພຣະຢາເວບໍ່ໃຫ້ໂກດຮ້າຍຕໍ່ປະຊາຊົນຂອງພຣະອົງ. ນີ້ແມ່ນຄຳຖາມທີ່ຈູງໃຈສາມາດແປໃນຄຳເວົ້ານີ້. ອາດແປໄດ້ອີກວ່າ: "ຢ່າປ່ອຍໃຫ້ຄວາມໂກດຮ້າຍຂອງພຣະອົງເຜົາຜານປະຊາຊົນຂອງພຣະອົງ" ຫລື "ຢ່າໂກດຮ້າຍຕໍ່ປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]]) (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]])

ດ້ວຍຣິດອຳນາດອັນຫຍິ່ງໃຫຍ່ ... ດ້ວຍພຣະຫັດອັນຊົງຣິດ

ວະລີສອງຢ່າງຄວາມຫມາຍແມ່ນຄ້າຍຄືກັນ ແລະ ເຊື່ອມຕໍ່ກັນເພື່ອເນັ້ນຫນັກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ດ້ວຍພຣະຫັດອັນຊົງຣິດ

ຄຳວ່າ "ພຣະຫັດ" ອ້າງອິງເຖິງສິ່ງທີ່ພຣະຢາເວໄດ້ເຮັດ. ອາດແປໄດ້ອີກວ່າ: "ແລະ ດ້ວຍສິ່ງຕ່າງໆອັນຊົງຣິດທີ່ພຣະອົງຊົງເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)