lo_tn/exo/31/06.md

2.7 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ເວົ້າກັບໂມເຊ.

ໂອໂຮລຽບ ... ອາຮີສະມັກ

ເຫລົ່ານີ້ແມ່ນຊື່ຜູ້ຊາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເຮົາຍັງໄດ້ໃສ່ທັກສະໃນໃຈຂອງທຸກຄົນທີ່ສະຫລາດ

ພຣະເຈົ້າເວົ້າກ່ຽວກັບການເຮັດໃຫ້ຄົນສາມາດປະດິດສິ່ງຕ່າງໆເຫມືອນກັບວ່າພຣະອົງໄດ້ໃສ່ທັກສະໃນໃຈຂອງພວກເຂົາ. ອາດແປໄດ້ອີກວ່າ: "ເຮົາໄດ້ປຣະທານທັກສະ ແກ່ທຸກຄົນຜູ້ທີ່ເປັນຄົນສະຫລາດ" ຫລື "ເຮົາໄດ້ເຮັດໃຫ້ທຸກຄົນຜູ້ທີ່ສະຫລາດ ທີ່ສາມາດປະດິດສິ່ງຕ່າງໆໄດ້ດີ"

ຫໍເຕັນແຫ່ງການຊຸມນຸມ

ນີ້ແມ່ນຊື່ອຶ່ນອີກສຳລັບຫໍເຕັນ. ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 27:20.

ຫີບແຫ່ງຄຳພະຍານ

ນີ້ແມ່ນຫີບທີ່ບັນຈຸພຣະບັນຍັດ. ສາມາດເວົ້າໃຫ້ແຈ່ມແຈ້ງໃນການແປນີ້ໄດ້. ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 26:31. ອາດແປໄດ້ອີກວ່າ: "ຫີບທີ່ບັນຈຸພຣະບັນຍັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຝາຫີບໄຖ່ບາບເທິງຫີບ

ນີ້ແມ່ນຝາທີ່ປົກຢູ່ເທິງຫີບບ່ອນທີ່ຖວາຍເພື່ອໄຖ່ບາບ. ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 25:15.

ແທ່ນບູຊາເຜົາເຄື່ອງຫອມ

"ແທ່ນບູຊາທີ່ເຜົາເຄື່ອງຫອມ." ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 30:3.

ແທ່ນບູຊາສຳລັບເຄື່ອງເຜົາບູຊາ

"ແທ່ນບູຊາສຳລັບໃນການເຜົາເຄື່ອງບູຊາ" ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 30:26.