lo_tn/exo/30/22.md

3.3 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ເວົ້າກັບໂມເຊ ເຖິງສິ່ງທີ່ປະຊາຊົນຕ້ອງເຮັດ.

ເຄື່ອງເທດ

ພືດທີ່ຖືກຕາກແຫ້ງທີ່ປະຊາຊົນໄດ້ບົດໃຫ້ເປັນຜົງ ແລະ ເອົານໍ້າມັນໃສ່ ຫລື ໃສ່ອາຫານເພື່ອໃຫ້ມີກິ່ນທີດີ ຫລື ລົດຊາດທີ່ດີ. ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 25:3. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)

ຫ້າຮ້ອຍເຊເຂ ... 250 ເຊເຂ

"500 ເຊເຂ ... 250 ເຊເຂ." ຫນຶ່ງເຊເຂປະມານ 11 ກຣາມ. ຜູ້ແປອາດໃຊ້ຫົວຫນ່ວຍທີ່ຄົນຮູ້ຈັກ ແລະ ຕົວເລກປະມານ: "5.7 ກິໂລກຣາມ ... 11.4 ກິໂລກຣາມ" ຫລື "ຫົກກິໂລກຣາມ ... ສາມກິໂລກຣາມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-bweight]] ແລະ [[rc:///ta/man/translate/translate-fraction]])

ກໍາຍານ ... ຫົວສີໄຄຫອມ ... ກາລະບູນ

ເຫລົ່ານີ້ແມ່ນເຄື່ອງເທດທີ່ຫອມຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)

ຊັ່ງຕາມນໍ້າຫນັກຂອງເຊເຂ ຂອງສະຖານນະມັດສະການ

ເປັນຫລັກຖານຕາມເຊເຂ ຊຶ່ງຖືກຊັ່ງຫລາຍກວ່າຫນຶ່ງເທື່ອ. ເວົ້າໃຈສະເພາະເຈາະຈົງ ຊຶ່ງວ່າອັນໃດທີ່ຈະຖືກໃຊ້. ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 30:11. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-bweight)

ຫນຶ່ງຮິນ

ຜູ້ແປສາມາດໃຊ້ຫົວຫນ່ວຍທີຄົນຮູ້ຈັກ ແລະ ເລກປະມານ: " 3.7 ລິດ" ຫລື "4 ລິດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-bvolume]] ແລະ [[rc:///ta/man/translate/translate-fraction]])

ດ້ວຍສ່ວນປະສົມເຫລົ່ານີ້

"ດ້ວຍລາຍການເຫລົ່ານີ້"

ວິທີການຂອງຊ່າງປຸງນໍ້າຫອມ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ໂມເຊຕ້ອງມີຊ່າງປຸງນໍ້າຫອມ ເພື່ອທີ່ຈະເຮັດວຽກນີ້ ຫລື 2) ໂມເຊຕ້ອງເຮັດວຽກນີ້ ດ້ວຍຕົວຂອງລາວເອງ ເຫມືອນກັບຊ່າງປຸ່ງນໍ້າຫອມເຮັດເອງ.

ຊ່າງປຸງນໍ້າຫອມ

ແມ່ນຄົນທີ່ມີຄວາມຊຳນານໃນການປະສົມເຄື່ອງເທດ ແລະ ນໍ້າມັນ