lo_tn/exo/27/14.md

3.0 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສຶບຕໍ່ເວົ້າກັບໂມເຊ ເຖິງສິ່ງທີ່ປະຊາຊົນຕ້ອງເຮັດ.

ຜ້າກັ້ງ

ຜ້າກັ້ງຂະຫນາດໃຫຍ່ທີ່ເຮັດມາຈາກເຄື່ອງນຸ່ງ. ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 26:36.

ເສົາ

ເຫລົ່ານີ້ແມ່ນທ່ອນໄມ້ທີຕັ້ງຂຶ້ນ ແລະໃຊ້ເພື່ອຄໍ້າ. ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 27:9

ຖານ

ເງິນເປັນກ້ອນ ຊຶ່ງເຮັດເປັນປ່ອງນ້ອຍໆໃນພວກມັນ ເພື່ອເຮັດໃຫ້ໄມ້ແປ້ນຢູ່ບ່ອນເກົ່າ. ເບິ່ງວິທີການແປນີ້ເພີ່ມເຕີມໃນຂໍ້ 26:19.

ສິບຫ້າສອກ

ປະມານເຈັດແມັດ (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-bdistance)

ປະຕູຂອງລານຈະຕ້ອງເປັນຜ້າກັ້ງຍາວຊາວສອກ

ສາມາດເວົ້າໃນຮູບແບບຂອງຄຳສັ່ງ. ອາດແປໄດ້ອີກວ່າ: "ເຈົ້າຕ້ອງເຮັດຜ້າກັ້ງຍາວຊາວສອກເພື່ອເປັນປະຕູຂອງລານ"

ຜ້າກັ້ງຈະຕ້ອງເຮັດ ... ດ້ວຍຜ້າປ່ານດ້າຍຄູ່ເນື້ອດີ ຊຶ່ງເປັນວຽກຂອງຊ່າງແສ່ວ.

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພວກເຂົາຕ້ອງເຮັດຜ້າກັ້ງ ... ດ້ວຍຜ້າປ່ານດ້າຍຄູ່ເນື້ອດີ, ຊຶ່ງເປັນວຽກຂອງຊ່າງແສ່ວ" ຫລື "ຊ່າງແສ່ວຕ້ອງເຮັດຜ້າກັ້ງ ... ດ້ວຍຜ້າປ່ານດ້າຍຄູ່ເນື້ອດີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ດ້າຍສີຟ້າ, ສີມ່ວງ, ແລະ ສີແດງເຂັ້ມ ແລະ ຜ້າປ່ານດ້າຍຄູ່ເນື້ອດີ

ຄວາມຫມາຍທີ່ເປັນໄປໄດ້ 1) "ດ້າຍຍ້ອມສີຟ້າ, ສີມ່ວງ, ແລະສີແດງເຂັ້ມ," ແມ່ນດ້າຍຂົນແກະ, ຫລື 2) "ສີຟ້າ, ສີມ່ວງ, ແລະ ຍ້ອມສີແດງເຂັ້ມ" ຍ້ອມມາຈາກຜ້າເລນີນ.

ຊ່າງແສ່ວ

ເປັນຄົນທີ່ອອກແບບຫຍິບໃຫ້ເປັນເຄື່ອງນຸ່ງ