lo_tn/exo/27/05.md

1.6 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສຶບຕໍ່ເວົ້າກັບໂມເຊ ເຖິງສິ່ງທີ່ປະຊາຊົນຈຳເປັນຕ້ອງເຮັດ.

ເຈົ້າຕ້ອງເຮັດເຫລັກຮອງຕີນຢູ່ໃຕ້ຂອບຂອງແທ່ນບູຊາ

ເຫລັກຮອງຕີນແມ່ນຢູ່ທາງດ້ານໃນຂອງແທ່ນບູຊາ. ນີ້ສາມາດເວົ້າໃຫ້ແຈ່ມແຈ້ງຂຶ້ນໃນການແປ. ອາດແປໄດ້ອີກວ່າ: "ເຈົ້າຕ້ອງເຮັດເຫລັກຮອງຕີນຢູ່ໃຕ້ຂອບດ້ານໃນຂອງແທ່ນບູຊາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເຫລັກຮອງຕີນ

ນີ້ແມ່ນໂຄງຂອງໄມ້ທີ່ຍຶດໄມ້ເມື່ອກຳລັງຈູດ. ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 27:3

ເຈົ້າຕ້ອງເຮັດໄມ້ຄານຫາມແທ່ນບູຊາ

ຄານຫາມເຫລົ່ານີ້ໃຊ້ເພື່ອຫາມຫີບແທ່ນບູຊາ. ສາມາດເວົ້າໃຫ້ແຈ່ມແຈ້ງໃນການແປນີ້. ອາດແປໄດ້ອີກວ່າ: "ເຈົ້າຕ້ອງເຮັດຄານສຳລັບຫາມແທ່ນບູຊາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)