lo_tn/exo/22/07.md

2.2 KiB

ເພື່ອໃຫ້ລາວໃຫ້ດູແລ

"ເພື່ອໃຫ້ລາວເບິ່ງແຍງ" ຫລື "ເພື່ອໃຫ້ມັນປອດໄພ"

ຖ້າສິ່ງຂອງນັ້ນຖືກລັກໄປ

ນີ້ສາມາດເວົ້າເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຖ້າບາງຄົນມາລັກມັນໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄົນຂີ້ລັກ

ບາງຄົນທີ່ລັກບາງສິ່ງໄປ

ຖ້າພົບເຫັນຄົນຂີ້ລັກໄດ້

ນີ້ສາມາດເວົ້າເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຖ້າເຫັນຄົນຂີ້ລັກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ກໍໃຫ້ເຈົ້າຂອງເຮືອນມາພົບກັບຜູ້ພິພາກສາ

"ກໍໃຫ້ມາພົບຜູ້ພິພາກສາ ເພື່ອບອກວ່າພວກເຂົາສາມາດຄົ້ນພົບຄວາມຈິງແລ້ວ"

ທີ່ລັກສົມບັດຂອງເພື່ອນບ້ານ

ນີ້ເປັນສຳນວນ. ຖ້າພາສາຂອງທ່ານມີສຳນວນແບບນີ້ທ່ານສາມາດໃຊ້ມັນໃນທີ່ນີ້. ອາດແປໄດ້ອີກວ່າ: "ໄດ້ລັກຈາກສົມບັດຂອງເພື່ອນບ້ານຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໃຫ້ທັງສອງຝ່າຍນຳກໍລະນີຂອງເລື່ອງນັ້ນ ໄປພົບຜູ້ພິພາກສາ

ຜູ້ພິພາກສາຕ້ອງຟັງທັງສ່ອງຝ່າຍ ຜູ້ທີ່ບອກວ່າສິ່ງຂອງນັ້ນເປັນຂອງພວກເຂົາ ແລະ ຜູ້ພິພາກສາຈະຕັດສິນວ່າຜູ້ໃດເປັນຝ່າຍຜິດ.