lo_tn/exo/19/03.md

3.6 KiB

ຄົວເຮືອນຂອງຢາໂຄບ

ຄຳວ່າ "ຄົວເຮືອນ" ທີ່ນີ້ເປັນຕົວແທນເຖິງຄອບຄົວຂອງຢາໂຄບ ແລະເຊື້ອສາຍ" ອາດແປໄດ້ອີກວ່າ: "ເຊື້ອສາຍຂອງຢາໂຄບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຄົວເຮືອນຂອງຢາໂຄບ, ປະຊາຊົນອິສະຣາເອນ

ສຳນວນ "ປະຊາຊົນອິສະຣາເອນ" ເປັນການອະທິບາຍເຖິງ "ຄົວເຮືອນຂອງຢາໂຄບ" ຫມາຍຄວາມວ່າແນວໃດ.

ພວກເຈົ້າໄດ້ເຫັນ

ຄຳວ່າ "ພວກເຈົ້າ" ຫມາຍເຖິງຊາວອິສະຣາເອນ. ພຣະຢາເວກຳລັງບອກໂມເຊໃນສິ່ງທີ່ຈະບອກຊາວອິສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ເຮົາອູ້ມຊູພວກເຈົ້າຂຶ້ນເຫມືອນປີກຂອງນົກອິນຊີ

ພຣະເຈົ້າເວົ້າກ່ຽວກັບການດູແລປະຊາຊົນຂອງພຣະອົງ ໃນຂະນະທີ່ພວກເຂົາເດີນທາງ ເຫມືອນກັບວ່າພຣະອົງເປັນນົກອິນຊີ ແລະ ອູ້ມຊູພວກເຂົາດ້ວຍປິກຂອງພຣະອົງ. ອາດແປໄດ້ອີກວ່າ: "ເຮົາໄດ້ຊ່ວຍພວກເຈົ້າໃນການເດີນທາງເຫມືອນ ດັ່ງນົກອິນຊີອູ້ມຊູຂອງນ້ອຍຂອງນາງໄວ້ເທິງປິກຂອງນາງເອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor

ເຊື່ອຟັງສຽງຂອງເຮົາ

ເຊື່ອຟັງສາມາສະແດງອອກເປັນຄຳກຳມະ. ອາດແປໄດ້ອີກວ່າ: "ຟັງສຽງຂອງເຮົາ ແລະເຊື່ອຟັງເຮົາ"

ສຽງຂອງເຮົາ

ສຽງຂອງພຣະເຈົ້າເປັນຕົວແທນເຖິງສິ່ງທີ່ພຣະອົງເວົ້າ. ອາດແປໄດ້ອີກວ່າ: "ສິ່ງທີ່ເຮົາເວົ້າ" ຫລື "ຖ້ອຍຄຳຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຮັກສາພັນທະສັນຍາຂອງເຮົາໄວ້

"ເຮັດໃນສິ່ງທີ່ພັນທະສັນຍາຕ້ອງການໃຫ້ພວກເຈົ້າເຮັດ"

ສົມບັດພິເສດ

"ສົມບັດ"

ອານາຈັກປະໂລຫິດ

ພຣະເຈົ້າເວົ້າວ່າປະຊາຊົນຂອງພຣະອົງ ພວກເຂົາຈະເປັນເຫມືອນປະໂລຫິດ. ອາດແປໄດ້ອີກວ່າ: "ອານາຈັກຂອງປະຊາຊົນ ຜູ້ທີ່ເປັນ ເຫມືອນປະໂລຫິດ" ຫລື "ອານາຈັກຂອງປະຊາຊົນ ຜູ້ຈະເຮັດໃນສິ່ງທີ່ປະໂລຫິດເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)