lo_tn/exo/18/01.md

2.4 KiB

ພໍ່ເຖົ້າຂອງໂມເຊ

ພໍ່ເຖົ້າ - ນີ້ແມ່ນຫມາຍເຖິງພໍ່ຂອງເມຍຂອງໂມເຊ.

ໄດ້ພາຊິບໂປຣາ, ເມຍຂອງໂມເຊ ... ພ້ອມກັບລູກຊາຍທັງສອງຂອງນາງ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ເຢທະໂຣໄດ້ພາຊິບໂປຣາ ແລະ ລູກຊາຍທັງສອງຂອງນາງມາຫາໂມເຊ, ຫລື 2) ເຢທະໂຣໄດ້ຮັບເອົາຊິບໂປຣາ ແລະ ລູກຊາຍທັງສອງຂອງນາງກັບຄືນກ່ອນແລ້ວ.

ຫລັງຈາກທີ່ໂມເຊສົ່ງນາງກັບເມືອເຮືອນ

ນີ້ເປັນສິ່ງທີ່ໂມເຊໄດ້ເຮັດສຳເລັດກ່ອນຫນ້ານີ້. ຄວາມຫມາຍເຕັມສາມາດເຮັດໃຫ້ແຈ່ມແຈ້ງໄດ້ດັ່ງນີ້. ອາດແປໄດ້ອີກວ່າ: "ຫລັງຈາກໂມເຊໄດ້ສົ່ງນາງກັບບ້ານ ໄປຫາພໍ່ແມ່ຂອງນາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເກໂຊມ

ນີ້ແມ່ນລູກຊາຍຂອງໂມເຊແລະນາງຊິບໂປຣາ, ຊຶ່ງມີຄວາມຫມາຍວ່າ "ຄົນຕ່າງແດນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເອລີເອເຊ

ນີ້ແມ່ນລູກຊາຍຂອງໂມເຊແລະຊິບໂປຣາ, ຊຶ່ງມີຄວາມຫມາຍວ່າ "ພຣະເຈົ້າຊ່ວຍຂອງຂ້ານ້ອຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຄົມດາບຂອງຟາຣາໂອ

ນີ້ເປັນຕົວແທນແຫ່ງການຂ້າໂດຍຟາຣາໂອ ຫລື ທະຫານຂອງຟາຣາໂອ. ອາດແປໄດ້ອີກວ່າ: "ຖືກຂ້າໂດຍຟາຣາໂອ" ຫລື "ຖືກຂ້າໂດຍທະຫານຂອງຟາຣາໂອ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)