lo_tn/exo/17/01.md

2.3 KiB

ຖິ່ນແຫ້ງແລ້ງກັນດານຊິນ

ຄຳສັບວ່າ "ຊິນ" ທີ່ນີ້ເປັນຊື່ພາສາເຮັບເຣີ ຂອງຖິ່ນແຫ້ງແລ້ງກັນດານ. ຄຳສັບນີ້ບໍ່ແມ່ນໃນພາສາອັງກິດ "ບາບ" ເບິ່ງເພີ່ມເຕີມວິທີການແປນີ້ໃນ ຂໍ້16:1. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-transliterate)

ເຣຟິດິມ

ນີ້ຫມາຍຄວາມວ່າ "ສະຖານທີ່ພັກຜ່ອນ," ເປັນສະຖານທີ່ພັກຜ່ອນຂອງການເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ພວກເຈົ້າຫາເລື່ອງເຮົາເຮັດຫຍັງ? ເປັນຫຍັງພວກເຈົ້າຈຶ່ງທົດລອງພຣະຢາເວ?

ໂມເຊໃຊ້ຄຳຖາມນີ້ເພື່ອຕຳຫນິປະຊາຊົນ. ອາດແປໄດ້ອີກວ່າ: "ພວກເຈົ້າບໍ່ຄວນຫາເລື່ອງກັບເຮົາ! ພວກເຈົ້າບໍ່ຄວນທົດລອງພຣະຢາເວ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມາເພື່ອຈະຂ້າພວກເຮົາ ແລະ ລູກໆຂອງພວກເຮົາ ແລະ ຝູງສັດຂອງພວກເຮົາໃຫ້ຫິວນໍ້າຕາຍຫລື?

ປະຊາຊົນໃຊ້ຄຳຖາມນີ້ເພື່ອກ່າວຫາໂມເຊວ່າຕ້ອງການຂ້າພວກເຂົາເສຍ. ອາດແປໄດ້ອີກວ່າ: ເຈົ້າໄດ້ນຳພວກເຮົາອອກມາທີນີ້ເພື່ອທີ່ຈະຂ້າພວກເຮົາ ແລະ ລູກຫລານຂອງພວກເຮົາ ແລະ ຝູງສັດໂດຍໃຫ້ພວກເຮົາບໍ່ມີນໍ້າດື່ມ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-explicit]])