lo_tn/exo/16/28.md

2.3 KiB

ຂໍ້ມູນທົ່ວໄປ:

ພຣະຢາເວເວົ້າກັບໂມເຊ, ແຕ່ຄຳສັບ "ພວກເຈົ້າ" ອ້າງອິງເຖິງປະຊາຊົນອິສະຣາເອນທົ່ວໄປ.

ພວກເຈົ້າຈະປະຕິເສດທີ່ຈະຮັກສາຄຳສັ່ງຂອງເຮົາ ແລະກົດຫມາຍຂອງເຮົາດົນປານໃດ?

ພຣະເຈົ້າໃຊ້ຄຳຖາມນີ້ ເພື່ອຮ້າຍໃຫ້ປະຊາຊົນ ເພາະພວກເຂົາບໍ່ເຊື່ອຟັງກົດຫມາຍຂອງພຣະອົງ. ອາດແປໄດ້ອີກວ່າ: "ພວກເຈົ້າປະຊາຊົນຍັງສືບຕໍ່ທີ່ບໍ່ຮັກສາບັນຍັດ ແລະກົດຫມາຍຂອງເຮົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຈະຮັກສາຄຳສັ່ງຂອງເຮົາ ແລະກົດຫມາຍຂອງເຮົາ

"ຈະເຊື່ອຟັງບັນຍັດຂອງເຮົາແລະກົດຫມາຍຂອງເຮົາ"

ພຣະຢາເວໄດ້ຊົງປຣະທານວັນສະບາໂຕໃຫ້ພວກເຈົ້າ

ພຣະຢາເວເວົ້າກ່ຽວກັບ ການສອນປະຊາຊົນໃຫ້ພັກຜ່ອນໃນວັນສະບາໂຕ ເຫມືອນກັບວັນສະບາໂຕເປັນຂອງຂວັນ. ອາດແປໄດ້ອີກວ່າ: "ເຮົາ, ພຣະຢາເວ, ໄດ້ສອນພວກເຈົ້າໃຫ້ພັກຜ່ອນໃນວັນສະບາໂຕ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມື້ທີຫົກ ... ສອງວັນ ... ມື້ທີເຈັດ

"ມື້ທີ 6 ... 2 ມື້ ... ມື້ທີ 7 (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ອາຫານ

ນີ້ແມ່ນອ້າງອິງເຖິງອາຫານທີ່ປາກົດ ເປັນແຜ່ນບາງໆເທິງຫນ້າດິນແຕ່ລະເຊົ້າ.