lo_tn/exo/15/17.md

2.9 KiB

ພຣະອົງຈະຊົງນຳພວກເຂົາເຂົ້າມາ

ບ່ອນທີ່ພຣະເຈົ້າຈະນຳພວກເຂົາມາ ສາມເວົ້າໃຫ້ໃຫ້ແຈ່ມແຈ້ງໄດ້. ເມື່ອໂມເຊບໍ່ໄດ້ຢູ່ໃນການາອານ, ບາງພາສາຈະໃຊ້ຄຳວ່າ "ເອົາ" ແທ່ນທີ່ຈະໃຊ້ "ນຳ." ອາດແປໄດ້ອີກວ່າ: "ພຣະອົງຈະເອົາປະຊາຊົນມາທີ່ການາອານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-go]])

ໃຫ້ພວກເຂົາຕັ້ງຫລັກແຫລ່ງເທິງພູ

ໂມເຊເວົ້າກ່ຽວກັບພຣະເຈົ້າໄດ້ປະທານແຜ່ນດິນໃຫ້ແກ່ປະຊາຊົນຂອງພຣະອົງ ເພື່ອໃຫ້ອາໄສປຽບພວກເຂົາເຫມືອນຕົ້ນໄມ້ທີ່ພຣະເຈົ້າປູກ. ອາດແປໄດ້ອີກວ່າ: "ໃຫ້ພວກເຂົາຕັ້ງຫລັກແຫລ່ງເທິງພູ" ຫລື "ໃຫ້ພວກເຂົາອາໄສຢູ່ເທິງພູ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເທິງພູທີ່ເປັນມໍຣະດົກຂອງພຣະອົງ

ນີ້ອ້າງອິງເຖິງພູຊີໂອນໃນແຜ່ນດິນການາອານ.

ມໍຣະດົກຂອງພຣະອົງ

ໂມເຊເວົ້າກ່ຽວກັບພຣະເຈົ້າສັນຍາຈະ ມອບພູໃຫ້ແກ່ປະຊາຊົນຂອງພຣະອົງຕະຫລອດໄປ ປຽບເຫມືອນກັບວ່າພຣະອົງປະທານມໍຣະດົກໃຫ້ກັບພວກເຂົາ. ອາດແປໄດ້ອີກວ່າ: "ວ່າພຣະອົງໄດ້ປະທານມໍຣະດົກໃຫ້ກັບພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດ້ວຍພຣະຫັດຂອງພຣະອົງໄດ້ສ້າງຂຶ້ນ

ວະລີທີ່ວ່າ "ພຣະຫັດຂອງພຣະອົງ" ອ້າງອິງເຖິງຣິດອຳນາດຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ວ່າພຣະອົງໄດ້ສ້າງຂຶ້ນດ້ວຍຣິດອຳນາດຂອງພຣະອົງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-pastforfuture]]))