lo_tn/exo/15/16.md

2.1 KiB

ຂໍ້ມູນເຊື່ອມຕໍ່:

ໂມເຊຍັງສືບຕໍ່ຮ້ອງເພງກ່ຽວກັບວ່າ ປະຊາຊົນຊາດອຶ່ນຈະຮູ້ສືກແນວໃດ ເມືອພວກເຂົາເຫັນພຣະເຈົ້າຂອງປະຊາຊົນ.

ການຕົກໃຈ ແລະຄວາມຢ້ານກົວຈະເກີດຂຶ້ນໃນພວກເຂົາ

ຄຳເວົ້າສອງຢ່າງຄວາມຫມາຍຄືກັນ ທີ່ວ່າຄວາມຢ້ານຈະຄວບຄຸມພວກເຂົາ. ອາດແປໄດ້ອີກວ່າ: "ຄວາມຢ້ານຈະຄວບຄຸມພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຄວາມຢ້ານກົວ

ຄວາມຢ້ານກົວແມ່ນຄວາມຢ້ານສຸດຂິດ ຫລື ກະວົນກະວາຍກ່ຽວກັບບາງສິ່ງບາງຢ່າງ ທີ່ກຳລັງຈະເກີດຂຶ້ນ ຫລື ອາດຈະເກີດຂຶ້ນ.

ຍ້ອນຣິດອໍານາດແຫ່ງແຂນຂອງພຣະອົງ,

ແຂນຂອງພຣະເຈົ້າເປັນຕົວແທນເຖິງກຳລັງອັນຍິ່ງໃຫຍ່ຂອງພຣະອົງ. ອາດແປໄດ້ອີກວ່າ: "ຍ້ອນກຳລັງອັນຍິ່ງໃຫຍ່ຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຈະບໍ່ເຫນັງຕີງເຫມືອນກ້ອນຫີນ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ພວກເຂົາຈະມິດງຽບເຫມືອນກັບກ້ອນຫີນ" ຫລື 2) "ພວກເຂົາຈະບໍ່ມີການເຫນັງຕີງເຫມືອນກັບກ້ອນຫີນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)