lo_tn/exo/15/09.md

4.2 KiB

ຂ້ອຍຈະພໍໃຈທີ່ໄດ້ເຮັດກັບພວກເຂົາສົມໃຈ

ນີ້ສາມາດເວົ້າເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຂ້ານ້ອຍຈະພໍໃຈໃຫ້ພວກເຂົາສົມໃຈ" ຫລື "ເຮົາຈະເອົາທຸກສິ່ງທີ່ເຮົາຕ້ອງການຈາກພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ມືຂອງຂ້ອຍຈະທຳລາຍພວກເຂົາ

ເຫລົ່າສັດຕຣູເວົ້າວ່າການທຳລາຍຊາວອິດສະຣາເອນ ໂດຍອຳນາດທີ່ຢູ່ໃນມືຂອງພວກເຂົາ ເຫມືອນກັບວ່າມືຂອງພວກເຂົາຈະທຳລາຍພວກເຂົາ. ອາດແປໄດ້ອີກວ່າ: "ເຮົາຈະທຳລາຍພວກເຂົາດ້ວຍມືຂອງເຮົາເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແຕ່ພຣະອົງໄດ້ເປົ່າດ້ວຍລົມຂອງພຣະອົງ

ໂມເຊເວົ້າກ່ຽວກັບວ່າ ພຣະເຈົ້າໄດ້ເປົ່າລົມ ເຫມືອນກັບວ່າພຣະເຈົ້າໄດ້ລະບາຍລົມຜ່ານທາງດັງ ຫລືທາງປາກຂອງພຣະອົງ. ອາດແປໄດ້ອີກວ່າ: "ແຕ່ພຣະອົງໄດ້ເຮັດໃຫ້ເປົ່າລົມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໄດ້ຈົມລົງເຫມືອນຂີ້ກົ່ວໃນກະແສນໍ້າ

ຂີ້ກົ່ວເປັນວັດຖຸທີຫນັກວ່າ ເປັນທຳມະດາທີ່ຈະເຮັດໃຫ້ສິ່ງນີ້ຈົມລົງໃນນໍ້າໄດ້. ຄຳວ່າ "ຂີ້ກົ່ວ" ທີ່ໃຊ້ເພື່ອສະແດງວ່າ ວິທີທີສັດຕຣູຂອງພຣະເຈົ້າຖືກທຳລາຍນັ້ນໄວປານໃດ. ອາດແປໄດ້ອີກວ່າ: "ເຫມືອນດັ່ງຂີ້ກົ່ວທີ່ຈົມລົງໃນຄວາມປັ່ນປ່ວນຂອງນໍ້າເລີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ໃນບັນດາພະຕ່າງໆນັ້ນ, ຂ້າແດ່ພຣະຢາເວ, ຈະເຫມືອນພຣະອົງ?

ໂມເຊໃຊ້ຄຳຖາມນີ້ ເພື່ອສະແດງໃຫ້ເຫັນວ່າພຣະເຈົ້າຍິ່ງໃຫຍ່. ອາດແປໄດ້ອີກວ່າ: "ໂອພຣະຢາເວ, ບໍ່ຜູ້ທີ່ທຽບພຣະອົງໃນທ່າມກາງບັນດາພະຕ່າງໆ!" ຫລື "ພຣະຢາເວ, ບໍ່ມີພະອື່ນໃດເຫມືອນພຣະອົງ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ອົງໃດນໍຈະເຫມືອນພຣະອົງ, ... ຊົງເຮັດການອັດສະຈັນ?

ໂມເຊໃຊ້ຄຳຖາມນີ້ ເພື່ອສະແດງໃຫ້ເຫັນວ່າພຣະເຈົ້າຍິ່ງໃຫຍ່ຫລາຍປານໃດ. ອາດແປໄດ້ອີກວ່າ: "ບໍ່ມີຜູ້ໃດເຫມືອນພຣະອົງ. ບໍມີຜູ້ໃດທີ່ຊົງງາມບໍຣິສຸດເຫມືອນພຣະອົງ, ແລະບໍ່ມີຜູ້ໃດທີສົມຄວນໄດ້ຮັບກຽດ ສົມຄວນໄດ້ຮັບຄຳສັນລະເສີນເຫມືອນພຣະອົງ, ແລະບໍ່ມີຜູ້ໃດທີ່ເຮັດການອັດສະຈັນເຫມືອນພຣະອົງໄດ້ເຮັດ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)