lo_tn/exo/15/01.md

1.7 KiB

ຂໍ້ມູນທົ່ວໄປ:

ນີ້ແມ່ນບົດເພງທີ່ບົ່ງບອກເຖິງເຫດການທີ່ເກີດຂຶ້ນໃນຂໍ້ 14:26.

ທັງມ້າ ແລະລົດມ້າ ພຣະອົງໄດ້ໂຍນລົງໃນທະເລ

ໂມເຊຮ້ອງເພງທີ່ພຣະເຈົ້າເຮັດໃຫ້ນໍ້າທະເລຖ້ວມ ແລະ ໂຍນມ້າ ແລະ ລົດມ້າເຫມືອນກັບວ່າ ພຣະເຈົ້າໄດ້ໂຍນພວກເຂົາລົງໃນທະເລ. ອາດແປໄດ້ອີກວ່າ: "ພຣະອົງໄດ້ເຮັດໃຫ້ທະເລໄຫລຖ້ວມເຫນືອມ້າ ແລະ ຄົນຂີ່ມ້າ" ຫລື "ພຣະອົງໄດ້ເຮັດໃຫ້ມ້າ ແລະຄົນຂີ່ມ້າຈົມລົງໃນທະເລ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທັງມ້າ ແລະຄົນຂີ່ມ້າ

ນີ້ແມ່ນອ້າງອິງມ້າຂອງຊາວເອຢິບ ແລະ ຄົນຂີ່ມ້າທີ່ໄລ່ຕິດຕາມຊາວອິສະຣາເອນ. ອາດແປໄດ້ອີກວ່າ: "ທັງມ້າ ແລະ ຄົນຂີ່ມ້າຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ຄົນຂີ່ມ້າ

ຄົນນີ້ແມ່ນຄົນທີ່ນັ່ງເທິງຫລັງມ້າ ຫລື ເດີນທາງໄປດ້ວຍລົດມ້າເປັນຜູ້ດືງໄປ.