lo_tn/exo/14/10.md

3.9 KiB

ເມື່ອຟາຣາໂອໄດ້ເຂົ້າມາໃກ້

ຄຳວ່າ "ຟາຣາໂອ" ທີ່ນີ້ອ້າງອິງເຖິງທະຫານຊາວເອຢິບທັງຫມົດ. ອາດແປໄດ້ອີກວ່າ: "ເມື່ອຟາຣາໂອ ແລະທະຫານຂອງພະອົງເຂົ້າມາໃກ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາກໍຢ້ານຫລາຍ

"ຊາວອິສະຣາເອນກໍຢ້ານຫລາຍ"

ຂຸມຝັງສົບໃນເອຢິບບໍ່ມີບໍ, ທ່ານຈຶ່ງໄດ້ພາພວກເຮົາອອກມາຕາຍໃນຖິ່ນແຫ້ງແລ້ງກັນດານນີ້?

ຊາວອິສະຣາເອນຖາມຄຳຖາມນີ້ເພື່ອສະແດງໃຫ້ເຫັນ ເຖິງຄວາມຮູ້ສືກບໍ່ພໍໃຈ ແລະ ຄວາມຮູ້ສືກຢ້ານຕາຍ. ນີ້ເປັນຄຳຖາມທີ່ຈູງໃຈຊຶ່ງສາມາດແປໃຫ້ເປັນປະໂຫຍກດັ່ງນີ້. ອາດແປໄດ້ອີກວ່າ: "ມີຂຸມຝັງສົບຢ່າງຫລວງຫລາຍໃນອີຢິບ ສາມາດຝັງພວກເຮົາໄດ້ໃນນັ້ນ. ເຈົ້າກັບພາພວກເຮົາມາຕາຍໃນຖິ່ນແຫ້ງແລ້ງກັນດານ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເປັນຫຍັງທ່ານຈຶ່ງເຮັດກັບພວກເຮົາຢ່າງນີ້, ຄືພາພວກເຮົາອອກມາຈາກເອຢິບ?

ຊາວອິສະຣາເອນຖາມຄຳຖາມນີ້ ເພື່ອຕຳຫນິໂມເຊ ທີ່ໄດ້ນຳພວກເຂົາອອກມາສູ່ຖິ່ນແຫ້ງແລ້ງກັນເພື່ອໃຫ້ເຖິງຄວາມຕາຍ. ນີ້ແມ່ນຄຳຖາມທີ່ຈູງໃຈສາມາດແປໃຫ້ເປັນປະໂຫຍກ. ອາດແປໄດ້ອີກວ່າ: "ເຈົ້າໄດ້ເຮັດກັບພວກເຮົາຢ່າງນີ້ ໂດຍການນຳພວກເຮົາອອກມາຈາກເອຢິບ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຮົາບອກທ່ານໃນເອຢິບແລ້ວບໍ່ແມ່ນບໍ?

ຊາວອິສະຣາເອນຖາມຄຳຖາມນີ້ ເພື່ອເນັ້ນວ່ານີ້ແມ່ນສິ່ງພວກເຂົາໄດ້ບອກໂມເຊແລ້ວ. ນີ້ແມ່ນຄຳຖາມທີ່ຈູງໃຈສາມາດແປເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ນີ້ແມ່ນສິ່ງທີ່ພວກເຮົາໄດ້ບອກເຈົ້າຢ່າງແນ່ນອນ ໃນຂະນະທີ່ພວກເຮົາຍັງຢູ່ທີ່ເອຢິບ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຈົ່ງປ່ອຍພວກເຮົາຕາມລຳພັງ, ໃຫ້ພວກເຮົາຮັບໃຊ້ຊາວເອຢິບເຖີ້ນ

ນີ້ສາມາດເວົ້າເປັນຖ້ອຍຄຳທີ່ເຫມືອນກັບອ້ອມໆ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ບອກເຈົ້າວ່າ ປ່ອຍພວກເຮົາຕາມລຳພັງ, ເພື່ອພວກເຮົາຈະສາມາດເຮັດວຽກໃຫ້ກັບຊາວເອຢິບ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-quotations)