lo_tn/exo/14/04.md

4.5 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ໃຫ້ຄຳແນະນຳແກ່ໂມເຊວ່າຈະໄປທາງໃດ ແລະ ສິ່ງໃດທີ່ພຣະຢາເວຈະເຮັດ.

ເຮົາໄດ້ເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງໄປ

ໃນນີ້ຄຳວ່າ "ໃຈ" ຫມາຍເຖິງຟາຣາໂອ. ທ່າທີແຫ່ງຄວາມດື້ດືງຂອງພະອົງ ຖືກເວົ້າຄືກັນກັບວ່າໃຈຂອງພະອົງແຂງກະດ້າງ. ເບິ່ງເພີ່ມເຕີມວິທີການແປທີ່ສຳນວນຄ້າຍຄືກັນໃນຂໍ້ 9:11. ອາດແປໄດ້ອີກວ່າ: "ເຮົາເປັນເຫດໃຫ້ຟາຣາໂອຍິ່ງກາຍເປັນຄົນມີໃຈຕໍ່ຕ້ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ລາວຈະໄລ່ຕິດຕາມພວກເຂົາ

"ຟາຣາໂອຈະໄລ່ຕິດຕາມຊາວອິສະຣາເອນ"

ເຮົາຈະໄດ້ຮັບກຽດ

"ຜູ້ຄົນຈະໃຫ້ກຽດເຮົາ"

ຊາວເອຢິບຈະຮູ້ວ່າ ເຮົາຄືພຣະຢາເວ

"ຊາວເອຢິບຈະເຂົ້າໃຈວ່າເຮົາຄືພຣະຢາເວ, ເປັນພຣະເຈົ້າທີ່ທ່ຽງແທ້"

ດັ່ງນັ້ນຊາວອິສະຣາເອນກໍໄດ້ຕັ້ງຄ້າຍ ດັ່ງທີ່ພວກເຂົາໄດ້ຮັບຄຳສັ່ງນັ້ນ

ນີ້ສາມາດເວົ້າເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ດັ່ງນັ້ນຊາວອິສະຣາເອນກໍໄດ້ຕັ້ງຄ້າຍ ດັ່ງທີ່ພຣະຢາເວໄດ້ສັ່ງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເມື່ອກະສັດເອຢິບໄດ້ຮູ້ວ່າ

ນີ້ສາມາດເວົ້າເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເມື່ອມີບາງຄົນມາບອກກະສັດແຫ່ງເອຢິບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ກະສັດແຫ່ງເອຢິບ

ນີ້ແມ່ນອ້າງອິງເຖິງຟາຣາໂອ.

ໄດ້ຫນີໄປແລ້ວ

"ໄດ້ແລ່ນຫນີໄປແລ້ວ"

ທ່າທີຂອງຟາຣາໂອ ແລະ ບັນດາຂ້າຣາຊະການຂອງພະອົງກໍປ່ຽນໃຈມາຕໍ່ສູ້ປະຊາຊົນ

ໃນນີ້ຄຳວ່າ "ໃຈ" ອ້າງອິງເຖິງທ່າທີຂອງພວກເຂົາຕໍ່ຊາວອິສະຣາເອນ. ອາດແປໄດ້ອີກວ່າ: "ຟາຣາໂອແລະບັນດາຂ້າຣາຊະການຂອງພະອົງກໍປ່ຽນທ່າທີຂອງພວກເຂົາກ່ຽວກັບປະຊາຊົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຮົາໄດ້ເຮັດຫຍັງລົງໄປໃນການປ່ອຍພວກອິສະຣາເອນໄປລ້າໆ ແທນທີ່ຈະເຮັດວຽກຮັບໃຊ້ພວກເຮົາ?

ພວກເຂົາຖາມຄຳຖາມນີ້ເພື່ອສະແດງໃຫ້ເຫັນວ່າພວກເຂົາຄິດວ່າພວກເຂົາໄດ້ເຮັດໃນສິ່ງທີ່ໂງ່ຈ້າແລ້ວ. ນີ້ເປັນຄຳຖາມທີ່ຈູງໃຈ ສາມາດແປໄດ້ອີກໃນປະໂຫຍກເຕັມ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ເຮັດສິ່ງທີ່ໂງ່ຈ້າແລ້ວໂດຍການປ່ອຍອິສະຣາເອນຈາກການເຮັດວຽກຮັບໃຊ້ພວກເຮົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)